ເພື່ອຍູ້ແຮງການຜະລິດລະດູຝົນ ໂດຍສະເພາະເຂົ້ານາປີ 2016 ໃຫ້ບັນລຸໃນເນື້ອທີ່ 787 ພັນເຮັກຕາ ດ້ວຍ ສະມັດຖະພາບສະເລ່ຍບໍ່ຫຼຸດ 4,24 ໂຕນຕໍ່ເຮັກຕາ ແລະຜົນຜະລິດບໍ່ຫຼຸດ 3,4 ລ້ານກວ່າໂຕນ ປະກອບສ່ວນໃຫ້ແກ່ການຜະລິດເຂົ້າລວມຂອງປີໃຫ້ໄດ້ 4,2 ລ້ານ ໂຕນຂຶ້ນໄປນັ້ນ, ລັດຖະມົນຕີ ກະຊວງກະສິກຳ ປ່າໄມ້ (ກປ) ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງທົ່ວປະເທດເອົາໃຈໃສ່ ໃນຫຼາຍບັນຫາ ສຳຄັນເປັນຕົ້ນ: ລົງຊຸກຍູ້ປະຊາຊົນຂຸ້ນຂ້ຽວເກັບ ມ້ຽນເຂົ້ານາແຊງ ແລະພືດລະດູແລ້ງໃຫ້ສຳເລັດໃນທ້າຍ ເດືອນພຶດສະພາ, ສືບຕໍ່ບຸກທະລຸຢ່າງແຂງແຮງກວ່າເກົ່າໃນການຫັນເອົາພະນັກງານລົງນຳ ພາຊາວກະສິກອນຕົກກ້າ ແລະ ປັກດຳເຂົ້ານາປີຢ່າງຊ້າໃຫ້ສຳເລັດ ພາຍໃນອາທິດທີ 3 ຂອງເດືອນສິງຫາ 2016.
ອີງຕາມຄຳສັ່ງຂອງທ່ານລັດຖະມົນຕີກະຊວງກະສິ ກຳ-ປ່າໄມ້ກ່ຽວກັບການເພີ່ມທະວີຄວາມຮັບຜິດຊອບຕໍ່ ການເກັບມ້ຽນຜົນຜະລິດລະ ດູແລ້ງຕິດພັນກັບການກະກຽມເຂົ້າສູ່ການຜະລິດລະດູຝົນປີ 2016 ນີ້ຮູ້ວ່າ: ເພື່ອຍູ້ແຮງການຜະລິດລະດູຝົນ ໂດຍສະເພາະເຂົ້ານາປີ 2016 ໃຫ້ບັນລຸໃນ ເນື້ອທີ່ 787 ພັນເຮັກຕາ ດ້ວຍສະມັດຖະພາບສະເລ່ຍບໍ່ ຫຼຸດ 4,24 ໂຕນຕໍ່ເຮັກຕາ ແລະຜົນຜະລິດ ບໍ່ຫຼຸດ 3,4 ລ້ານກວ່າໂຕນ ປະກອບສ່ວນໃຫ້ແກ່ການຜະລິດເຂົ້າລວມຂອງປີໃຫ້ໄດ້ 4,2 ລ້ານໂຕນ ຂຶ້ນໄປ, ຮັບໃຊ້ການບໍລິໂພກພາຍໃນ ໄດ້ຢ່າງໜັກແໜ້ນ ແລະທັງເປັນສິນຄ້າສົ່ງອອກດ້ວຍການປຸກລະດົມຂະບວນທົ່ວປວງຊົນຢ່າງຟົດຟື້ນນັ້ນ, ໃຫ້ພາກສ່ວນກ່ຽວຂ້ອງຈົ່ງຮີບ ຮ້ອນເປັນເຈົ້າການສົມທົບກັບພະແນກ ກະສິກຳ ແລະປ່າໄມ້ປະຈຳແຂວງ, ນະຄອນຫຼວງເອົາໃຈໃສ່ລົງຊຸກຍູ້ປະຊາຊົນຂຸ້ນ ຂ້ຽວເກັບກ່ຽວມ້ຽນມັດເຂົ້ານາແຊງ ແລະພືດລະດູແລ້ງ ໃຫ້ສຳເລັດໃນທ້າຍເດືອນພຶດສະພາ, ນຳໃຊ້ມາດຕະການຕ່າງໆເພື່ອຫຼີກລຽງຜົນກະທົບຈາກສະພາບຝົນ ຕົກ ໃນເດືອນພຶດສະພາອັນຈະເຮັດໃຫ້ຄຸນນະພາບຂອງເຂົ້າຕົກຕໍ່າ ແລະເຊື່ອມຄຸນ, ພ້ອມກັນນັ້ນກໍ່ຕ້ອງຮີບຮ້ອນກະກຽມເຂົ້າ ສູ່ການຜະລິດລະດູຝົນ 2016 ໃຫ້ທັນກັບວັນເປີດຂະບວນການຜະລິດລະດູຝົນໃນຂອບເຂດທົ່ວ ປະເທດ (ວັນທີ 15 ພຶດສະພາ 2016).
ນອກນີ້ ແມ່ນໃຫ້ສືບຕໍ່ບຸກທະລຸຢ່າງແຂງແຮງກວ່າເກົ່າໃນການຫັນເອົາພະນັກງານລົງນຳ ພາຊາວ ກະສິກອນຕົກກ້າ ແລະ ປັກດຳເຂົ້ານາປີຢ່າງຊ້າໃຫ້ສຳເລັດພາຍໃນອາທິດທີ 3 ຂອງເດືອນສິງຫາ 2016, ພ້ອມ ດຽວກັນກໍຕ້ອງໄດ້ຊຸກຍູ້ສົ່ງເສີມໃຫ້ຊາວກະ ສິກອນປູກພືດຜັກທີ່ເປັນທ່າແຮງໃນທ້ອງຖິ່ນຕົນ ເພື່ອຕອບສະໜອງການບໍລິໂພກໃຫ້ແກ່ສັງຄົມໄດ້ຢ່າງພໍພຽງ ທັງເປັນສິນຄ້າສົ່ງອອກ, ໃຫ້ພາກສ່ວນກ່ຽວຂ້ອງກຳນົດເຂດ ຈຸດສຸມຕົວແບບ ລວມທັງບ້ານ 3 ສ້າງ ແລະ ບ້ານຈຸດສຸມພັດທະນາປະຕິບັດຕາມທິດ ນຳທີ່ວ່າ “ທຸກວຽກຈຸດ ສຸມສຳຄັນຕ້ອງ ມີຜູ້ເຮັດຕົວຈິງ ແລະມີຜູ້ຮັບຜິດຊອບນຳ ພາ-ຊີ້ນຳເປັນປະຈຳ”, ສະເພາະເຂດຈຸດ ສຸມຕ້ອງ ຮັບປະກັນສະມັດຖະພາບສະ ເລ່ຍບໍ່ໃຫ້ຫຼຸດ 5,5 ໂຕນຕໍ່ເຮັກຕາ ໂດຍມີການນຳໃຊ້ແນວພັນໃໝ່ທີ່ໃຫ້ ຜົນຜະລິດສູງ, ນຳໃຊ້ກົນຈັກ ແລະເຕັກນິກກະເສດສຸມຢ່າງຖືກຕ້ອງຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ.
ໃຫ້ສືບຕໍ່ຫັນເອົາວິຊາການລົງຫາຈຸດສຸມກຸ່ມບ້ານ ເພື່ອນຳພາປະຊາຊົນເຮັດຕົວຈິງຕາມທິດນຳທີ່ວ່າ “ນຳພາປະຊາຊົນປູກ, ລ້ຽງ ແລະຖ່າຍທອດເຕັກນິກວິຊາການໃຫ້ປະຊາຊົນ” ຕິດພັນກັບ ການປຸກລະດົມປະຊາຊົນຂົນຝຸ່ນຄອກ, ຝຸ່ນບົ່ມ, ຝຸ່ນຊີວະພາບລົງໃສ່ນາຕາມທິດກະສິກຳສະອາດ, ເອົາໃຈໃສ່ໂຄສະນາເຜີຍແຜ່ເຕັກນິກໃໝ່ໂດຍຜ່ານສື່ຕ່າງໆ ຢ່າງເປັນຂະບວນຕໍ່ເນື່ອງ, ໃຫ້ກຳນົດຄວາມຕ້ອງການປັດໄຈການຜະລິດ ໂດຍສະເພາະແນວພັນ, ຝຸ່ນ, ຢາປາບສັດຕູພືດ, ທຶນຮອນຂອງຊາວກະສິກອນ ແລະ ຈຸດສຸມສິນຄ້າປາຍແຫຼມ ເພື່ອເປັນບ່ອນອີງໃນການສະເໜີໃຫ້ ທະນາຄານສະໜອງສິນເຊື່ອແກ່ຊາວກະສິກອນ, ພ້ອມກັນນັ້ນ ກໍຕ້ອງມີມາດຕະການທີ່ເໝາະສົມ ເພື່ອກະກຽມຮັບມືກັບໄພທຳມະຊາດ, ໃຫ້ຊຸກຍູ້ສົ່ງເສີມຊາວກະສິກອນຂະຫຍາຍພັນສັດ, ພັນປາ ລວມທັງພັດທະນາອາຫານສັດ ແລະອາຫານປາ, ພ້ອມສືບຕໍ່ເຝົ້າລະວັງການແຜ່ລະ ບາດຂອງພະຍາດສັດຕິດພັນກັບການປຸກລະດົມຂະບວນການສັກຢາປ້ອງກັນສັດລ້ຽງໃຫ້ໄດ້ໃນອັດຕາສ່ວນສູງ ໂດຍຖືເອົາວັນທີ 11 ພະຈິກເປັນວັນສ້າງຂະບວນການສັກຢາກັນພະຍາດສັດໃຫ້ກວ້າງຂວາງໃນທົ່ວປະເທດ.
ສຳລັບການຜະລິດລະດູແລ້ງສົກປີ 2015-2016 ນີ້, ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນທີ່ໄດ້ ຕັ້ງໜ້າປຸກລະດົມຊຸກຍູ້ຊາວກະ ສິກອນ ແລະປະຊາຊົນບັນດາເຜົ່າໃນທ້ອງຖິ່ນຂອງຕົນລົງ ມືທຳການຜະລິດແຕ່ຕົ້ນລະດູການຢ່າງເປັນຂະບວນຟົດຟື້ນ ສາມາດປັກດຳນາແຊງ ໄດ້ 99.315 ເຮັກຕາ ແລະປູກພືດລະດູແລ້ງໄດ້ 136.762 ເຮັກຕາ, ມາຮອດປະຈຸບັນ ຊາວກະສິກອນໃນຂອບ ເຂດທົ່ວປະເທດ ຍັງສືບຕໍ່ບົວລະບັດຮັກສາເຂົ້ານາແຊງ ແລະ ພືດລະດູແລ້ງຂອງຕົນຢ່າງ ເປັນເຈົ້າການ, ພ້ອມກັນນັ້ນ ກໍສຳເລັດການເກັບກ່ຽວມ້ຽນມັດເຂົ້ານາແຊງໃນບາງທ້ອງຖິ່ນລວມ 42.450 ເຮັກຕາເທົ່າກັບ 43%.
* ຄັດຈາກ: ໜັງສືພິມ ເສດຖະກິດ-ສັງຄົມ, ວັນທີ 9 ພຶດສະພາ 2016