ມາດຕາ 01: ເຫັນດີ ສ້າງຕັ້ງ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ.
ມາດຕາ 02: ທຸກພາກສ່ວນ, ອົງການຈັດຕັ້ງ ຈົ່ງຮັບຮູ້ ແລະ ໃຫ້ຄວາມຮ່ວມມືໃນການຈັດຕັ້ງ ແລະ ການເຄື່ອນໄຫວ ຕາມພາລະບົດບາດຂອງສະພາການຄ້າ ແລະ ອຸດສາຫະກຳ ແຂວງ, ນະຄອນຫຼວງວຽງຈັນທີ່ລະບຽບການໄດ້ກຳນົດໄວ້.
ມາດຕາ 03: ຂໍ້ຕົກລົງສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
ມາດຕາ 01: ເຫັນດີແຕ່ງຕັ້ງຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນ ຊຶ່ງປະກອບ 23 ທ່ານ ດັ່ງລຸ່ມນີ້:
ມາດຕາ 02: ມອບໃຫ້ຄະນະບໍລິຫານ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ເປີດກອງປະຊຸມ
ຄັ້ງປະຖົມມະເລີກ ເລືອກຕັ້ງເອົາຄະນະ ປະຈຳ 7 ທ່ານ, ຄົ້ນຄວ້າວິທີການ, ຫຼັກການ, ຮູບການ, ມາດ
ຕະການ ແລະ ແບບແຜນວິທີເຮັດວຽກ ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ໃຫ້ລາຍງານ
ການນຳ ນະຄອນຫຼວງວຽງຈັນ ເປັນແຕ່ລະໄລຍະ.
ມາດຕາ 03: ບັນດາທ່ານທີ່ຖືກແຕ່ງຕັ້ງ ແລະ ທຸກພາກສ່ວນ, ອົງການຈັດຕັ້ງ ຈົ່ງຮັບຮູ້ ແລະ ໃຫ້ການຮ່ວມມືໃນຈັດຕັ້ງ
ແລະ ເຄື່ອນໄຫວຕາມພາລະບົດບາດ ສະພາການຄ້າ ແລະ ອຸດສາຫະກຳແຂວງ, ນະຄອນຫຼວງວຽງຈັນ ທີ່
ລະບຽບການໄດ້ກຳນົດໄວ້
ມາດຕາ 04: ຂໍ້ຕົກລົງສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
ທີ່ຕັ້ງສຳນັກງານຂອງ: ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ
ບ້ານ ໂພນທັນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສປປ ລາວ
ໂທ: +856-21 419 020; ແຟັກ: +856-21 419 021
E-mail: info@vccci.gov.la ; Website : www.vccci.gov.la