ເບີໂທລະສັບ: +856-21 419 020
info@vccci.gov.la
VCCCIVCCCIVCCCIVCCCI
  • ໜ້າທຳອິດ
  • ກ່ຽວກັບເຮົາ
    • ກ່ຽວກັບ ສຄອ.ນວ
    • ປະຫວັດຄວາມເປັນມາ
    • ຄະນະບໍລິຫານ
    • ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ
    • ໂຄງຮ່າງການຈັດຕັ້ງ
    • ນິຕິກຳ ແລະ ກົດໝາຍ
    • ຕິດຕໍ່
  • ສະມາຊິກ
    • ສະມາຊິກ
    • ສິດທິຜົນປະໂຫຍດ
    • ການສະໝັກສະມາຊິກ
  • ໂຄງການ
    • ໂຄງການສົ່ງເສີມ SME
    • ໂຄງການຝຶກອົບຮົມ
  • ກິດຈະກໍາ
    • ງານພົບປະທຸລະກິດ ແລະ ຜູ້ປະກອບການປະຈຳປີ 2019
    • ງານວາງສະແດງຕ່າງໆ
    • ກອງປະຊຸມປະຈຳປີ
  • ຂ່າວສານ
    • ຂ່າວຂອງ ສຄອ.ນວ
    • ຂ່າວຂອງ ສະມາຊິກ ສຄອ.ນວ
    • ຂ່າວທົ່ວໄປ
  • ວິໄຈ
    • ການວິໃຈດ້ານການຕະຫຼາດ
    • ການວິໃຈດ້ານເສດຖະກິດ
    • ການວິໃຈດ້ານການລົງທຶນ
    • ການວິໃຈສະເພາະດ້ານອື່ນໆ
  • ຜູ້ສະໜັບສະໜູນ

ຂ່າວດີ ປະເທດເຢຍລະມັນ ຈະຊ່ວຍເຫຼືອພັດທະນາກະສິກຳ-ອຸດສາຫະກຳການປຸງແຕ່ງຂອງລາວ

    Home ຂ່າວທົ່ວໄປ ຂ່າວດີ ປະເທດເຢຍລະມັນ ຈະຊ່ວຍເຫຼືອພັດທະນາກະສິກຳ-ອຸດສາຫະກຳການປຸງແຕ່ງຂອງລາວ
    NextPrevious

    ຂ່າວດີ ປະເທດເຢຍລະມັນ ຈະຊ່ວຍເຫຼືອພັດທະນາກະສິກຳ-ອຸດສາຫະກຳການປຸງແຕ່ງຂອງລາວ

    By Admin | ຂ່າວທົ່ວໄປ | Comments are Closed | 17 March, 2019 | 0

    ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ສະຫະພັນ ເຢຍລະມັນ ໃນວັນທີ 12-13 ມີນາ 2019 ໂດຍການຕ້ອນຮັບຢ່າງສົມກຽດຈາກ ທ່ານ ນາງ ອັງເກລາ ແມກເກລ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ເພື່ອເປັນນິມິດໝາຍອັນສໍາຄັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ໂດຍຝ່າຍເຢຍລະມັນ ຈະເພີ່ມການຊ່ວຍເຫຼືອໃນການພັດທະນາ ກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງ ເພື່ອປະກອບສ່ວນຊ່ວຍເຫຼືອ ສປປ ລາວ ໃຫ້ບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ ເທື່ອລະກ້າວ.

    ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ພົບປະກັບ ທ່ານ ນາງ ອັງເກລາ ແມກເກລ ເຊິ່ງທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີທີ່ມີມາຍາວນານ ລະຫວ່າງສອງປະເທດ, ນັບຕັ້ງແຕ່ ສປປ ລາວ ແລະ ສສ ເຢຍລະມັນ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 31 ມັງກອນ 1958 ເປັນຕົ້ນມາ.

    ການຊ່ວຍເຫຼືອຂອງ ສສ ເຢຍລະມັນ ຕໍ່ ສປປ ລາວ ແມ່ນສຸມໃສ່ສອງຂະແໜງການບຸລິມະສິດຄື:ການຮ່ວມມືທາງດ້ານເຕັກນິກ ຜ່ານ ອົງການຮ່ວມມືສາກົນ ເພື່ອການພັດທະນາ ເຢຍລະມັນ (GIZ) ແລະ ການຮ່ວມມືທາງດ້ານການເງິນ ຜ່ານ ທະນາຄານສິນເຊື່ອ ເພື່ອການພັດທະນາ ເຢຍລະມັນ (KfW) ໂດຍສອດຄ່ອງກັບເປົ້າໝາຍລວມຂອງ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ ສປປ ລາວ ເປັນຕົ້ນແມ່ນ

    ເນັ້ນໃສ່ການພັດທະນາຊົນນະບົດ, ວຽກງານອາຊີວະສຶກສາ, ການພັດທະນາຍຸດທະສາດການເຕີບໂຕສີຂຽວ (Green growth), ການພັດທະນາຊັບພະຍາກອນມະນຸດ, ການອະນຸລັກສິ່ງແວດລ້ອມ, ກໍ່ສ້າງ ແລະ ປັບປຸງເສັ້ນທາງຄົມມະນາຄົມ ແລະ ສົ່ງເສີມທຸລະກິດພາກເອກະຊົນ, ລວມທັງທຸລະກິດຂະໜາດກາງ (SME) ແລະ ຈຸລະວິສາຫະກິດ (MSME).

    ສໍາລັບການຊ່ວຍເຫຼືອ ໃນປີ 2018-2020 ມີມູນຄ່າສູງເຖິງ 50 ລ້ານເອີໂຣ, ໃນນັ້ນ 10 ລ້ານເອີໂຣ ແມ່ນຊ່ວຍເຫຼືອ ເພື່ອບັນເທົາທຸກໃຫ້ແກ່ປະຊາຊົນ ຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງອັດຕະປື ແລະ ໃນຂອບເຂດທົ່ວປະເທດ.

    ຄະນະຜູ້ແທນທັງສອງຝ່າຍ ຍັງໄດ້ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນ ການຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດ, ດ້ານເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ ແລະອື່ນໆ.

    ໃນຂະນະດຽວກັນນັ້ນ, ຝ່າຍເຢຍລະມັນ ຍັງໄດ້ຢືນຢັນທີ່ຈະສືບຕໍ່ເພີ່ມການຊ່ວຍເຫຼືອ ໃນການພັດທະນາກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງ ເພື່ອປະກອບສ່ວນຊ່ວຍເຫຼືອ ສປປ ລາວ ໃຫ້ຫຼຸດພົ້ນອອກຈາກສະຖານະພາບ ດ້ອຍພັດທະນາ ແລະ ບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ ເທື່ອລະກ້າວ.

    No tags.

    Admin

    More posts by Admin

    Related Post

    • ກະສິກຳອອກ​ຄຳ​ສັ່ງເພີ່ມ​ທະວີ​ມ້ຽນ​ມັດ​ຜົນ​ຜະລິດລະດູແລ້ງຕິດ​ພັນ​ກະກຽມ​ຜະລິດ​ລະດູຝົນ

      By Admin | Comments are Closed

      ເພື່ອຍູ້ແຮງການຜະລິດລະດູຝົນ ໂດຍສະເພາະເຂົ້ານາປີ 2016 ໃຫ້ບັນລຸໃນເນື້ອທີ່ 787 ພັນເຮັກຕາ ດ້ວຍ ສະມັດຖະພາບສະເລ່ຍບໍ່ຫຼຸດ 4,24 ໂຕນຕໍ່ເຮັກຕາ ແລະຜົນຜະລິດບໍ່ຫຼຸດ 3,4 ລ້ານກວ່າໂຕນRead more

    • ຊຽງຂວາງ ລະດົມທຶນພັດທະນາລື່ນແຜນກວ່າ 40%

      By Admin | Comments are Closed

      ແຂວງຊຽງຂວາງເປັນໜຶ່ງ ໃນບັນດາແຂວງພາກເໜືອທີ່ມີການຍາດແຍ່ງແຫຼ່ງທຶນ ແລະຂຸດຄົ້ນທ່າແຮງບົ່ມຊ້ອນ ມາໝຸນ ໃຊ້ເຂົ້າໃນການພັດທະນາເສດຖະກິດສັງຄົມ,Read more

    • ເກັບອາກອນມູນຄ່າເພີ່ມ 10% ຈະເລີ່ມຈັດຕັ້ງປະຕິບັດ

      By Admin | Comments are Closed

      ກະແສການຈັດເກັບອາກອນ ມູນຄ່າເພີ່ມ ສຳລັບເຄື່ອງຂອງຕິດຕົວຜູ້ ໂດຍສານໃນອັດຕາ 10% ຂອງມູນຄ່າRead more

    • ຫາລືປະເມີນຜົນການວາງແຜນຄອບຄົວ

      By Admin | Comments are Closed

      ເມື່ອວັນທີ 22 ກັນຍາຜ່ານມາທີ່ໂຮງແຮມເມີຄິວ ນະຄອນຫຼວງວຽງຈັນRead more

    • ເພີ່ມຄວາມເຂົ້າໃຈດ້ານການບໍລິຫານຕົ້ນທຶນ

      By Admin | Comments are Closed

      ໃນວັນທີ 12 ທັນວາ 2017, ທີ່ສະພາການຄ້າ ແລະ ອຸດສາຫະກຳ (ສຄອ) ແຫ່ງຊາດລາວRead more

    • ກອງປະຊຸມພົບປະທຸລະກິດ ລາວ-ຮົງກົງ

      By Admin | Comments are Closed

      ໃນວັນທີ 30/11/2017, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສະພາ ພັດທະນາການຄ້າ ຮົງກົງ ປະຈຳ ນະຄອນຫຼວງໂຮຈີມິນ ສ.ຫວຽດນາມRead more

    • ຫາລືການກະກຽມກອງປະຊຸມການທ່ອງທ່ຽວ

      By Admin | Comments are Closed

      ໃນຕອນບ່າຍ: ວັນທີ 9/11/2017 ເວລາ:​ 13:30-15:00 ໂມງRead more

    • ກອງປະຊຸມສະໄໝສາມັນ ເທື່ອທີ 2

      By Admin | Comments are Closed

      ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I, ວັນທີ 9-17 ມັງກອນ 2017Read more

    NextPrevious

    ຂ່າວ ແລະ ກິດຈະກໍາ​ຫຼ້າ​ສຸດ

    • 26 February, 2020
      Comments Off on ຊຸດຝືກອົບຮົມຈັດໂດຍ AOTS Japan

      ຊຸດຝືກອົບຮົມຈັດໂດຍ AOTS Japan

    • 10 December, 2019
      Comments Off on ຈີນຈະສ້າງເຂດສາທິດດ້ານການກະເສດ ເພື່ອຟື້ນຟູກະສິກຳຊົນນະບົດໃຫ້ທັນສະໄໝ

      ຈີນຈະສ້າງເຂດສາທິດດ້ານການກະເສດ ເພື່ອຟື້ນຟູກະສິກຳຊົນນະບົດໃຫ້ທັນສະໄໝ

    • 31 October, 2019
      Comments Off on ເອດີບີ ສະໜອງ 140 ລ້ານໂດລາໃຫ້ລາວກູ້ ພັດທະນາຂະແໜງກະສິກຳ,ການສຶກສາ ແລະ ຄຸ້ມຄອງການເງິນພາກລັດ.

      ເອດີບີ ສະໜອງ 140 ລ້ານໂດລາໃຫ້ລາວກູ້ ພັດທະນາຂະແໜງກະສິກຳ,ການສຶກສາ ແລະ ຄຸ້ມຄອງການເງິນພາກລັດ.

    • 17 October, 2019
      Comments Off on ສຄອ,ນວ ເຂົ້າຮ່ວມງານຕະຫຼາດນັດພົບແຮງງານ 2019

      ສຄອ,ນວ ເຂົ້າຮ່ວມງານຕະຫຼາດນັດພົບແຮງງານ 2019

    ກ່ຽວກັບເຮົາ

    • ປະຫວັດຄວາມເປັນມາ
    • ຄະນະບໍລິຫານ
    • ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ
    • ໂຄງຮ່າງການຈັດຕັ້ງ
    • ນິຕິກຳ ແລະ ກົດໝາຍ
    • ຕິດຕໍ່

    ສະມາຊິກ

    • ສະມາຊິກ
    • ສິດທິຜົນປະໂຫຍດ
    • ການສະໝັກສະມາຊິກ

    ການລົງທຶນ

    • ເຊື່ອມຕໍ່ເວັບໄຊ

    ຕິດຕໍ່ພົວພັນ

    • ຫ້ອງການ ສຄອ.ນວ: ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ
    • ໂທລະສັບ: +856-21 419 020
    • ແຟັກ: +856-21 419 021
    • ອີເມວ: info@vccci.gov.la
    • ເວັບໄຊ: www.vccci.gov.la
    ສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງຈັນ © 2018 | ອອກແບບ ແລະ ພັດທະນາ ໂດຍ: Exact Creative Marketing
    • ກອງປະຊຸມປະຈຳປີ
    • ການວິໃຈດ້ານການຕະຫຼາດ
    • ການວິໃຈດ້ານການລົງທຶນ
    • ການວິໃຈດ້ານເສດຖະກິດ
    • ການວິໃຈສະເພາະດ້ານອື່ນໆ
    • ການສະໝັກສະມາຊິກ
    • ກ່ຽວກັບ ສຄອ.ນວ
    • ຂອບເຂດສິດ
    • ຂ່າວຂອງ ສຄອ.ນວ
    • ຂ່າວຂອງ ສະມາຊິກ ສຄອ.ນວ
    • ຂ່າວທົ່ວໄປ
    • ຄະນະບໍລິຫານ
    • ງານພົບປະທຸລະກິດ ແລະ ຜູ້ປະກອບການປະຈຳປີ 2019
    • ງານວາງສະແດງຕ່າງໆ
    • ດາວໂຫຼດເອກະສານ
    • ຕິດຕໍ່
    • ນະໂຍບາຍ
    • ນິຕິກຳ ແລະ ກົດໝາຍ
    • ປະຫວັດຄວາມເປັນມາ
    • ຜູ້ສະໜັບສະໜູນ
    • ພາລະບົດບາດ
    • ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ
    • ວາລະກອງປະຊຸມ
    • ສະມາຊິກ
    • ສະມາຊິກສາມັນ
    • ສະມາຊິກສົມທົບ
    • ສິດທິຜົນປະໂຫຍດ
    • ໜ້າທຳອິດ
    • ໜ້າທີ່
    • ເຊື່ອມຕໍ່ເວັບໄຊ
    • ໂຄງການຝຶກອົບຮົມ
    • ໂຄງການສົ່ງເສີມ SME
    • ໂຄງຮ່າງການຈັດຕັ້ງ
    • ໂອກາດ ແລະ ຂັ້ນຕອນການລົງທຶນ
    VCCCI