ແຂວງຊຽງຂວາງເປັນໜຶ່ງ ໃນບັນດາແຂວງພາກເໜືອທີ່ມີການຍາດແຍ່ງແຫຼ່ງທຶນ ແລະຂຸດຄົ້ນທ່າແຮງບົ່ມຊ້ອນ ມາໝຸນ ໃຊ້ເຂົ້າໃນການພັດທະນາເສດຖະກິດສັງຄົມ, ໂດຍສະເພາະໃນໄລຍະ 9 ເດືອນມານີ້ ທົ່ວແຂວງສາມາດ ລະດົມ ການລົງທຶນ ທົ່ວສັງຄົມໄດ້ 2.471 ຕື້ກີບ ລື່ນແຜນການປີ 44,90% ພ້ອມທັງຮັບປະກັນຈັງຫວະການຂະຫຍາຍຕົວ ທາງດ້ານເສດຖະກິດຂອງແຂວງຢູ່ໃນລະດັບ 8,96%.
ຕາມຂໍ້ມູນຂອງພະແນກແຜນການ ແລະການລົງທຶນແຂວງໃຫ້ ຮູ້ວ່າ: ໃນໄລຍະ 9 ເດືອນ ແຂວງຊຽງຂວາງ ສາມາດລະດົມການລົງທຶນເຂົ້າໃສ່ການພັດທະນາໄດ້ທັງໝົດ 2.471 ຕື້ກີບ ທຽບໃສ່ແຜນການປີປະຕິບັດໄດ້ລື່ນແຜນ 44,90% ໃນນັ້ນການລົງທຶນຂອງລັດ 117,60 ຕື້ກີບ ກວມ 4,76%, ການລົງທຶນຂອງພາກເອກະຊົນພາຍໃນ ແລະຕ່າງປະເທດ 1.449 ຕື້ກີບ ກວມ 58,67% ການຊ່ວຍເຫຼືອລ້າ ແລະກູ້ຢືມ 89,27 ຕື້ກີບ ກວມ 3,61% ແລະສິນເຊື່ອທະນາຄານ 814,65 ຕື້ກີບ ກວມ 32,96% ຂອງການລົງທຶນທັງໝົດທັງນີ້ສະພາໄດ້ອະນຸມັດ ໂຄງການລົງທຶນຂອງລັດທັງໝົດ 245 ໂຄງການ ມູນຄ່າ 128 ຕື້ກວ່າ ກີບ, ປະຈຸບັນສາມາດຈັດຕັ້ງປະຕິ ບັດອອກ ໃບອະນຸມັດຖອນເງິນໄດ້ 91,76% ມີ 200 ໂຄງການ ມູນຄ່າ 117,60 ຕື້ກີບ ໃນນັ້ນ ບ້ວງປົກກະຕິ ແລະໂຄງການ ເປົ້າໝາຍ ສະເພາະ 180 ໂຄງການ ມູນຄ່າ 113,29 ຕື້ກີບ ບ້ວງພັດທະນາ ຊົນນະບົດລົບລ້າງຄວາມທຸກຍາກ 13 ໂຄງການ ມູນຄ່າ 2,78 ຕື້ ກີບ, ບ້ວງຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນ 5 ໂຄງການ ມູນຄ່າ 1,15 ຕື້ກີບ ແລະບ້ວງໜີ້ ສິນໂຄງການໄພພິບັດ 2 ໂຄງການ ມູນຄ່າ 366 ລ້ານກີບ.
ໃນຂະນະດຽວກັນນີ້ຍັງມີການ ລົງທຶນຂອງບັນດາລັດວິສາຫະກິດພາຍໃນແຂວງຈໍານວນ 10 ຫົວໜ່ວຍຄື: ລັດວິສາຫະກິດນ້ຳ ປະປາ, ນ້ຳມັນເຊື້ອໄຟ ລາວ,ໂທ ລະຄົມລາວ, ລາວສະຕາໂທລະຄົມ, ລາວໂທລະຄົມ, ໄປສະນີ, ການຄ້າພັດທະນາ, ໄຟຟ້າລາວ, ກໍ່ສ້າງຂົວທາງ ແລະການບິນລາວ ໄດ້ເຄື່ອນໄຫວຕາມພາລະບົດບາດຂອງຕົນ ຊຶ່ງສາ ມາດສ້າງລາຍ ຮັບໄດ້ທັງໝົດ 189,36 ຕື້ກີບ ເທົ່າກັບ 49,17%, ປະຕິບັດລາຍຈ່າຍ 158,62 ຕື້ກີບ ເທົ່າກັບ 54,60% ແລະມອບພັນທະເຂົ້າງົບປະມານ 16,27 ຕື້ກີບ ເທົ່າກັບ 73,83% ຂອງແຜນການປີ, ພ້ອມທັງ ສາມາດ ຍາດແຍ່ງແຫຼ່ງທຶນຊ່ວຍເຫຼືອລ້າ ແລະກູ້ຢືມຈາກບັນດາອົງການຈັດຕັ້ງສາກົນ ແລະປະເທດຕ່າງໆ ໄດ້ເຖີງ 60 ໂຄງການ ມູນຄ່າ 89,27 ຕື້ກີບ ລື່ນແຜນການທີ່ ວາງໄວ້ 2 ເທົ່າຕົວປະກອບມີ ທຶນຊ່ວຍເຫຼືອລ້າ ODA 39 ໂຄງການ ມູນຄ່າ 43,55 ຕື້ກີບ ທຶນຊ່ວຍເຫຼືອລ້າ NGO 21 ໂຄງການ ມູນຄ່າ 45,72 ຕື້ກີບ.
ພ້ອມດຽວກັນນີ້ກໍສາມາດດຶງດູດເອົາການລົງທຶນຂອງພາກເອກະຊົນພາຍໃນ ແລະຕ່າງປະເທດໄດ້ທັງໝົດ 12 ໂຄງການ ມູນຄ່າ 1.449 ຕື້ກີບ ທຽບໃສ່ແຜນການປີແມ່ນລື່ນຄາດໝາຍທີ່ວາງໄວ້ 4 ເທົ່າຕົວ ແລະທຶນຈົດທະບຽນ 651,2 ຕື້ກີບ ໃນນັ້ນການລົງທຶນຕ່າງປະເທດມີ 5 ໂຄງການມູນຄ່າ 483,31 ຕື້ກີບ ແລະການລົງທຶນຂອງເອກະຊົນ ພາຍໃນມີ 7 ໂຄງການ ມູນຄ່າ 966,62 ຕື້ກີບ, ນອກນີ້ຍັງໄດ້ເຊັນບົດບັນ ທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາ ສຳຫຼວດຄວາມເປັນໄປ ໄດ້ໃນການລົງທຶນສໍາປະທານກໍ່ ສ້າງເຂື່ອນໄຟຟ້າຂະໜາດນ້ອຍ ຈໍານວນ 12 ໂຄງການຄື: ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຂົມ, ນໍ້າສາມ (ເມືອງຄໍາ) ແລະນໍ້າ ງື່ມແກ້ງຄັວນ (ເມືອງແປກ) ແລະໂຄງການກໍ່ສ້າງ ເຂື່ອນໄຟຟ້ານໍ້າຢ້ຽມ, ນໍ້າໝາງ, ນໍ້າຫົກ (ເມືອງໝອກ) ແລະນໍ້າພານ (ເມືອງຄູນ), ສຶກສາສຳຫຼວດ ຄວາມເປັນໄປໄດ້ ຂອງໂຄງການນ້ຳງື່ມເມືອງພູກູດ, ນ້ຳທອງ ແລະນ້ຳກໍ່າ (ເມືອງຜາໄຊ).