ການປະຕິບັດນະໂຍບາຍ ແລະ ການປະຕິບັດວິໄນຂອງ ສຄອ.ນວ
ການປະຕິບັດນະໂຍບາຍ:
- ບຸກຄົນ ຫຼື ນິຕິບຸກຄົນ ຫຼື ສະມາຊິກ ຂອງ ສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນ ໄດ້ປະກອບສ່ວນສ້າງຜົນງານອັນດີເດັ່ນ, ໃນຂະບວນການເຄື່ອນໄຫວວຽກງານທຸລະກິດທີ່ໄດ້ຖືກຍອມຮັບຈາກສັງຄົມ
- ການຍ້ອງຍໍບຸກຄົນ ຫຼື ນິຕິບຸກຄົນ ຫຼື ສະມາຊິກຂອງ ສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນແມ່ນຈະດຳເນີນທຸກໆ 3 ປີ, ໂດຍແມ່ນວາລະຂອງຄະນະບໍລິຫານຊຸດນັ້ນໆ ຈະເປັນຜູ້ພິຈາລະນາ.
- ການຕົກລົງຍ້ອງຍໍບຸກຄົນ, ນິຕິບຸກຄົນ ຫຼື ສະມາຊິກຂອງສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນຈະແບ່ງອອກເປັນ 3 ຂັ້ນ ຄື:
– ການຍ້ອງຍໍລະດັບລັດຖະບານ (ຫຼຽນກາພັດທະນາ, ຫຼຽນກາແຮງງານ ແລະ ໃບຍ້ອງຍໍ)
– ການຍ້ອງຍໍລະດັບ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ (ໃບຍ້ອງຍໍ) - ຂະບວນການຂັດເລືອກທັງ 3 ລະດັບທີ່ກຳນົດໄວ້ໃນຂໍ້ເທິງແມ່ນຈະປະຕິບັດຕາມມາດຕະຖານເງື່ອນໄຂ ແລະ ລະບຽບຂອງລັດວາງອອກ.
ການປະຕິບັດວິໄນຕໍ່ຜູ້ລະເມີດ:
ບຸກຄົນ ຫຼື ນິຕິບຸກຄົນ ຫຼື ສະມາຊິກຂອງສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນ ທີ່ມີການເຄື່ອນໄຫວ, ການສົມຮູ້ຮ່ວມຄິດ ແລະ ມີພຶດຕິກຳທີ່ ສ້າງຄວາມເສຍຫາຍຕໍ່ສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນເຊິ່ງເປັນການລະເມີດຕໍ່ກົດລະບຽບສະບັບນີ້ຈະໄດ້ ຖືກປະຕິບັດຕາມມາດຕະການ ຄື:
- ຈະຖືກຮຽກຕົວເຂົ້າມາສຶກສາອົບຮົມ ແລະ ຕັກເຕືອນໃນເບື້ອງຕົ້ນ
- ຖ້າຫາກຍັງມີການປະຕິບັດ ແລະ ການເຄື່ອນໄຫວລະເມີດເປັນຄັ້ງທີ 2 ກໍ່ຈະຖືກຕັກເຕືອນ ແລະ ສົ່ງບັນຫາດັ່ງກ່າວໄປຍັງຄະນະບໍລິຫານງານເພື່ອພິຈາລະນາຢ່າງເປັນລາຍລັກອັກສອນ.
- ຖ້າຫາກເປັນກໍລະນີທີ່ຮ້າຍແຮງແມ່ນຈະສົ່ງບັນຫາດັ່ງກ່າວເປັນລາຍລັກອັກສອນໃຫ້ແກ່ຂະບວນການຍຸດຕິທຳປະຕິບັດຕາມລະບຽບກົດໝາຍ.