ປະຫວັດຄວາມເປັນມາຂອງ ສາພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງຈັນ
ເມື່ອເດືອນ ພຶດສະພາ ປີ 1989, ລັດຖະບານແຫ່ງ ສປປ.ລາວ ໄດ້ຕັດສິນໃຈສ້າງຕັ້ງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວຂຶ້ນ ຕາມມະຕິຕົກລົງຂອງສະພາລັດຖະມົນຕີ ສະບັບເລກທີ 0598/ຫສນຍ, ລົງວັນທີ 05 ພຶດສະພາ(05) 1989 ແລະ ເພື່ອເສີມຂະຫຍາຍບົດບາດຂອງ ສຄອ ແຫ່ງຊາດ ຈຶ່ງໄດ້ມີດໍາລັດສະບັບ ເລກທີ 175/ນຍ, ລົງວັນທີ 20 ສິງຫາ(08) 1989 ວ່າດ້ວຍການສ້າງຕັ້ງ ແລະ ເຄື່ອນໄຫວຂອງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ.
ມາຮອດ ວັນທີ 12 ກໍລະກົດ 2012 ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດໄດ້ອອກຂໍ້ຕົກລົງ ຮັບຮອງການສ້າງຕັ້ງ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນພ້ອມທັງແຕ່ງຕັ້ງຄະນະບໍລິຫານງານ ສະບັບເລກທີ ເລກທີ່ 0678 / ສຄອ.ພກຂສ.
ສະພາການຄ້າແລະອຸດສາຫະກຳ ນະຄອນຫຼວງວຽງຈັນ ສ້າງຕັ້ງຂື້ນໂດຍອີງຕາມດໍາລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 115/ນຍ, ລົງວັນທີ 29 ເມສາ 2009, ວ່າດ້ວຍສະມາຄົມ, ອີງຕາມຂໍ້ຕົກລົງ ຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 520/ ຈນວ, ລົງວັນທີ 08 ພຶດສະພາ 2012 ວ່າດ້ວຍການແຕ່ງຕັ້ງ ຄະນະ ບໍລິຫານ ງານ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ, ແລະ ອີງຕາມຂໍ້ຕົກລົງ ຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 522/ ຈນວ, ລົງວັນທີ 08 ພຶດສະພາ 2012 ວ່າດ້ວຍການອະນຸມັດສ້າງຕັ້ງ ສະພາການຄ້າແລະອຸດສາຫະກຳນະຄອນຫຼວງວຽງຈັນ.
ຊື່ເຕັມ: ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ.
ຊື່ພາສາອັງກິດ: Vientiane Capital Chamber of Commerce and Industry
ຊື້ຂຽນຫຍໍ້: ສຄອ.ນວ VCCCI
ຈຸດປະສົງໃນການສ້າງຕັ້ງສະພາການຄ້າແລະອຸດສາຫະກຳ ນະຄອນຫຼວງວຽງຈັນ ກໍເພື່ອເປັນການເຕົ້າໂຮມຄວາມສາມັກຄີ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ການຊຸກຍູ້ສົ່ງເສີມຫົວຫນ່ວຍທຸລະກິດໃນນະຄອນຫຼວງວຽງຈັນ ໃຫ້ສາມາດດຳເນີນທຸລະກິດໄດ້ຢ່າງ ມີປະສິດທິພາບ ແລະ ຖືກຕ້ອງຕາມກົດຫມາຍເພື່ອປົກປ້ອງສິດຜົນປະໂຫຍດ ຂອງຫົວຫນ່ວຍທຸລະກິດໂດຍແນໃສ່ຮັບປະກັນການປະຕິບັດນະໂຍບາຍ ເປີດກວ້າງສາຍພົວພັນການຮ່ວມມືດ້ານ ເສດຖະກິດ, ການຄ້າ, ການລົງທຶນ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ກັບຕ່າງປະເທດ, ພ້ອມນັ້ນເພື່ອຮັບປະກັນການເຄື່ອນໄຫວຂອງພາກທຸລກິດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມ ແຫ່ງຊາດ.
ກອງປະຊຸມໃຫຍ່ຂອງ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ (ສຄອ.ນວ)ຄັ້ງທີ1 ກໍໄດ້ຈັດຂື້ນໃນວັນທີ 30 ມີນາ 2018 ທີ່ໂຮງຮຽນແລນມາກ ແມ່ຂອງຣີເວີໄຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ສັງຄົມ ຈັນສຸກ ປະທານ ສຄອ.ນວ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສຄອ ແຫ່ງຊາດລາວ, ທ່ານ ເບີລິນ ເພັດຈັນທະຣາດ ຫົວໜ້າພະແນກ ອຄ.ນວ ມີບັນດາສະມາຊິກພ້ອມດ້ວຍແຂກຖຶກເຊີນເຂົ້າຮ່ວມ.
ໃນກອງປະຊຸມ ຍັງມີການເລືອກຕັ້ງເອົາຄະນະບໍລິຫານງານຊຸດໃໝ່ ເຊິ່ງຜ່ານການປ່ອຍບັດຄັດເລືອກຂອງບັນດາສະມາຊິກສົມບູນ ເລືອກໄດ້ທ່ານ ສັງຄົມ ຈັນສຸກ ເປັນປະທານ ສຄອ. ນວ ອີກໜຶ່ງສະໄໝ ພ້ອມດ້ວຍຮອງປະທານຈຳນວນໜຶ່ງ.
ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ
- ທ່ານ ສັງຄົມ ຈັນສຸກ, ຜູ້ອໍານວຍການບໍລິສັດ ສັນຕິພາບສັງກະສີລາວ ຈໍາກັດຜູ້ດຽວ (ປະທານ)
- ທ່ານ ປຣະສິດ ໄຊຍະວົງ, ຜູ້ອໍານວຍການບໍລິສັດ ຂົນສົ່ງຫຸ້ນສ່ວນ ຈໍາກັດ (ຮອງປະທານ)
- ທ່ານ ປອ ຄໍາຫຼ້າ ນາກຄະວົງ, ຜູ້ອໍານວຍການບໍລິສັດ ຂວັນເມືອງກຣຸບ ຈໍາກັດ
- ທ່ານ ບຸນທ່ຽງ ລັດຕະນະວົງ, ຜູ້ອໍານວຍການບໍລິສັດ ໄອອ໋ອບ ຈໍາກັດ
- ທ່ານ ນ. ດວງມາລາ ພົມມະວົງ, ຜູ້ອໍານວຍການບໍລິສັດ ເອັກໂຊຕິໂມ້ຕຣາເງີນລາວ ຈໍາກັດ
ຄະນະປະຈຳ
- ທ່ານ ນ. ສົມຈັນ ສິງທະບຸດ, ຜູ້ອໍານວຍການບໍລິສັດ ດວງຈັນກໍ່ສ້າງສ້ອມແປງເຄຫາສະຖານ, ຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ
- ທ່ານ ພອນປະເສີດ ອິນທະສອນ, ປະທານບໍລິສັດ ສາມເອສ໌ພັດທະນາ ຈໍາກັດຜູ້ດຽວ
- ທ່ານ ນ. ອໍລະໄທ ສັນຕິຄົງຄາ, ຜູ້ອໍານວຍການບໍລິສັດ ກຣິຕະພົງກຣຸບ ຈໍາກັດ
- ທ່ານ ນ. ຂັນທອງ ຄໍາວິໄລທອງ, ຜູ້ອໍານວຍການບໍລິສັດ ວຽງທອງເທຣດດິ້ງ ຈໍາກັດຜູ້ດຽວ
- ທ່ານ ຄໍາແພງ ແສງຄໍາຢອງ, ອໍານວຍການລັດວິສາຫະກິດການຄ້ານະຄອນຫຼວງ
- ທ່ານ ພູວົງ ພະມີສິດ, ຜູ້ອໍານວຍການຮ້ານຄໍາພູວົງ
ຄະນະບໍລິຫານງານ
- ທ່ານ ນ. ດວງໃຈ ຫຼວງຜົ້ງ, ຜູ້ອໍານວຍການໂຮງງານອຸດສາຫະກໍາ ເອອີຊີ ຜະລິດດິນບ໋ອກ ທັນສະໄຫມດົງຫມາກຄາຍ ຈໍາກັດຜູ້ດຽວ
- ທ່ານ ສົມສຸກ ພິມມະຈັນ, ຜູ້ອໍານວຍການບໍລິສັດ ໂຕໂຢຕາລາວທານີ
- ທ່ານ ສີຫນຸກ ສີສົມບັດ, ຜູ້ອໍານວຍການກຸ່ມກາເຟສີຫນຸກ
- ທ່ານ ຄໍາເຜີຍ ວົງສາຄໍາຜູຍ, ຜູ້ອໍານວຍການລັດວິສາຫະກິດ ນໍ້າປະປາ ນະຄອນຫຼວງ
- ທ່ານ ບຸນຈັນ ບຸລິຍະຜົນ, ຮອງຜູ້ອໍານວຍການບໍລິສັດລັດວິສາຫະກິດຝ້າຍລາວ
- ທ່ານ ຄໍາໄພ ສົມສະນະ, ປະທານບໍລິສັດ ກຸ່ມຄໍາໄພຊະນະ
- ທ່ານ ໄຊພອນ ພຸດທະວົງ, ຜູ້ອໍານວຍການບໍລິສັດເອັກສພິການຄ້າ ລາວ-ຈີນ ຈໍາກັດ
- ທ່ານ ອ່າງ ຫານວິຈິດ, ຜູ້ອໍານວຍການໂຮງງານອຸດສາຫະກໍາລາວສະໄຫມ
- ທ່ານ ທະວີຊາດ ແສງວິໄຊ, ຜູ້ອໍານວຍການບໍລິສັດ ແສງວິໄຊການຄ້າ ຂາອອກ-ຂາເຂົ້າ ຈໍາກັດ
- ທ່ານ ທອງສະຫວັນ ມີບຸນ, ຜູ້ອໍານວຍການບໍລິສັດ ພັນເຮັດການຄ້າ ຂາອອກ-ຂາເຂົ້າ ຈໍາກັດ
- ທ່ານ ຄໍາຫມັ້ນ ໄຊຍະແສງ, ຜູ້ອໍານວຍການບໍລິສັດ ລາວຈະເລີນໂຮນດິ້ງ ຈໍາກັດ
- ທ່ານ ຄໍາສະຫວ່າງ ມິ່ງບຸບຜາ, ອໍານວຍການບໍລິສັດ ທີ່ປຶກສາເພື່ອການລົງທຶນ ຈໍາກັດ
- ທ່ານ ຊື່ນຊ່ວງ ດວງຕາວິໄລ, ຮອງຜູ້ອໍານວຍການບໍລິສັດ ຄຸນວິໄລພັດທະນາ ກະສິກໍາ – ລ້ຽງສັດ ຈໍາກັດຜູ້ດຽວ
- ທ່ານ ມະນີຄອນ ພິລາວັນ, ຮອງທີ່ປຶກສາກຸ່ມບໍລິສັດ ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ