ພາລະບົດບາດ
ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ແມ່ນອົງການຈັດຕັ້ງທາງສັງຄົມ ຂອງນັກທຸລະກິດ, ເປັນຂົວຕໍ່ລະຫວ່າງອົງການຂອງລັດ ແລະ ຫົວໜ່ວຍທຸລະກິດ, ເປັນຕົວ ແທນໃຫ້ແກ່ຜູ້ໃຊ້ແຮງງານ, ສະມາຄົມ, ນັກທຸລະກິດ ປະເພດວິສາຫະກິດຕ່າງໆ ທີ່ສ້າງຕັ້ງ ແລະ ເຄື່ອນໄຫວຢູ່ນະຄອນຫຼວງວຽງຈັນ. ສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງຈັນ ມີພາລະບົດບາດໃນການປະກອບຄຳຄິດຄຳເຫັນ ໃຫ້ແກ່ພາກລັດກ່ຽວກັບທຸລະກິດ, ປຸກລະດົມຂົນຂວາຍສຶກສາອົບຮົມ ນຳພາຈັດຕັ້ງເຕົ້າໂຮມນັກທຸລະກິດ ເພື່ອສົ່ງເສີມເສດຖະ ກິດ, ການຄ້າ, ອຸດສາຫະກຳ, ກະສິກຳ, ການເງິນ ແລະ ການບໍລິການ ລວມທັງປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງວິສາຫະກິດໃຫ້ເຄື່ອນໄຫວທຸລະກິດຖືກຕ້ອງຕາມລະບຽບກົດໝາຍ.
ໜ້າທີ່
ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ມີໜ້າທີ່ຕົ້ນຕໍ ດັ່ງນີ້:
- ເຄື່ອນໄຫວໃຫ້ຖືກຕ້ອງຕາມກົດໝາຍ, ຂໍ້ກຳນົດຂອງລັດ, ກົດລະບຽບຂອງ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ.
- ປຸກລະດົມຂົນຂວາຍເຕົ້າໂຮມ ບັນດາຫົວໜ່ວຍທຸລະກິດ ເຂົ້າມາເປັນສະມາຊິກສະພາ ການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ເພື່ອຈັດຕັ້ງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຮັບປະກັນການ ເຄື່ອນໄຫວທຸລະກິດ ໃຫ້ມີປະສິດທິຜົນສູງ ແລະ ຖືກຕ້ອງຕາມລະບຽບ ກົດໝາຍ.
- ໂຄສະນາເຜີຍແຜ່ກ່ຽວກັບພາລະບົດບາດ ແລະ ຈຸດປະສົງຂອງສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ໃຫ້ກວ້າງຂວາງທົ່ວເຖິງໃນສັງຄົມ.
- ພົວພັນ ແລະ ເຊື່ອມໂຍງປະສານງານ ລະຫວ່າງ ບົດບາດຫົວໜ່ວຍທຸລະກິດ ທີ່ເປັນ ສະມາຊິກ ກັບອົງການຈັດຕັ້ງທີ່ກ່ຽວຂ້ອງຂອງລັດ ເພື່ອປຶກສາຫາລືບັນຫາຕ່າງໆທີ່ພົວພັນ ເຖິງ ພາກທຸລະກິດ.
- ຈັດຕັ້ງປະຕິບັດກິດຈະກຳຕ່າງໆທາງດ້ານເສດຖະກິດ, ຊຸກຍູ້ສົ່ງເສີມການຜະລິດພາຍໃນ ແລະ ການສົ່ງອອກຜະລິດຕະພັນຂອງລາວ, ດ້ວຍຮູບການເຂົ້າຮ່ວມການພົບປະກັບບັນດາ ນັກທຸລະກິດຕ່າງໆ ຫຼື ເຂົ້າຮ່ວມງານວາງສະແດງສິນຄ້າຢູ່ພາຍໃນ ແລະ ຕ່າງປະເທດ.
- ປົກປ້ອງສິດຜົນປະໂຫຍດທີ່ຊອບທຳຂອງສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ແລະ ສະມາຊິກ ໃນນະຄອນຫຼວງວຽງຈັນ.
- ປະກອບຄຳຄິດຄຳເຫັນ ໃຫ້ຄຳປຶກສາ, ຄຳສະເໜີ ແກ່ອົງການຈັດຕັ້ງຂອງລັດ, ໃນການສ້າງ ຫຼື ປັບປຸງກົດໝາຍ, ກົນໄກນະໂຍບາຍຕ່າງໆກ່ຽວກັບຂົງເຂດທຸລະກິດ.
- ພິຈາລະນາຮັບເອົາສະມາຊິກໃໝ່ ຫຼື ປົດສະມາຊິກອອກຈາກ ສະພາການຄ້າ ແລະ ອຸດສາ ຫະກຳ ນະຄອນຫຼວງວຽງຈັນ, ກໍ່ສ້າງ ແລະ ບຳລຸງຍົກລະດັບຄວາມຮູ້ປະສົບການດ້ານທຸລະກິດ ໃຫ້ແກ່ສະມາຊິກ ດ້ວຍຮູບການ ແລະ ວິທີການທີ່ເໝາະສົມ ທັງຢູ່ພາຍໃນ ແລະ ຕ່າງປະເທດ.
- ຊີ້ນຳ ນຳພາຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ຂອງສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ໃຫ້ເປັນເອກະພາບ ແລະ ມີປະສິດທິຜົນ.
- ປຸກລະດົມ ແລະ ສົ່ງເສີມການສ້າງສາຍພົວພັນແຮງງານທີ່ດີ ລະຫວ່າງຜູ້ໃຊ້ແຮງງານ ກັບຜູ້ອອກແຮງງານ ໃນທຸກໆຫົວໜ່ວຍທຸລະກິດທີ່ເປັນສະມາຊິກ.
- ສະຫຼຸບສັງລວມ ສະພາບການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫົວໜ່ວຍ ທຸລະກິດ ທີ່ເປັນສະມາຊິກ ເພື່ອລາຍງານຕໍ່ພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ ວຽງຈັນ, ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ແລະ ອົງການອື່ນໆທີ່ກ່ຽວຂ້ອງ ຢ່າງເປັນ ປົກກະຕິ.
- ສັງລວມ, ວິໄຈ ແລະ ສະໜອງຂໍ້ມູນຂ່າວສານນິຕິກຳ, ການເຄື່ອນໄຫວທຸລະກິດ ໃຫ້ແກ່ ສະມາຊິກ.
- ປະຕິບັດໜ້າທີ່ພາຍໃຕ້ກົດລະບຽບຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ ລາວ ແລະ ກົດລະບຽບຂອງ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ.
ຂອບເຂດສິດ
ສະພາ ການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ມີຂອບເຂດສິດ ດັ່ງນີ້:
- ນຳໃຊ້ມາດຕະການຕ່າງໆ ບົນພື້ນຖານລະບຽບກົດໝາຍ ເພື່ອປົກປ້ອງສິດຜົນປະໂຫຍດ ອັນຖືກຕ້ອງ ແລະ ຊອບທຳ ຂອງບັນດາສະມາຊິກ.
- ປຶກສາຫາລື ຮ່ວມກັບບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງຂອງລັດ ໃນການກຳນົດຄ່າແຮງງານຕໍ່າສຸດ, ການສ້າງ ຫຼື ປັບປຸງ ກົດໝາຍວ່າດ້ວຍແຮງງານໃນແຕ່ໄລຍະ, ໃນການແກ້ໄຂຂໍ້ຂັດແຍງທາງດ້ານແຮງງານ ຫຼື ດ້ານເສດຖະກິດ ລະຫວ່າງ ສະມາຊິກກັບບຸກຄົນ, ນິຕິບຸກຄົນອື່ນໆ.
- ເປັນຕົວແທນພາກທຸລະກິດ ເພື່ອເຈລະຈາກັບອົງການທີ່ກ່ຽວຂ້ອງ ເຊັ່ນ: ການຄ້າ, ອຸດສາ ຫະກຳ, ການບໍລິການ, ກະສິກຳ ແລະ ທຸລະກິດອື່ນໆ.
- ປະກອບຄຳເຫັນ ໃຫ້ແກ່ອົງການຈັດຕັ້ງຂອງລັດທີ່ກ່ຽວຂ້ອງກ່ອນ ການອະນຸມັດສ້າງຕັ້ງ, ການເຕົ້າໂຮມ, ການແຍກ, ການຫຍຸບ ເລີກສະມາຄົມທຸລະກິດ ແລະ ກຸ່ມທຸລະກິດ.
- ພົວພັນກັບອົງການປົກຄອງ ນະຄອນຫຼວງວຽງຈັນ ເພື່ອຂໍອະນຸມັດສ້າງຕັ້ງ ສຳນັກງານ ຜູ້ຕາງໜ້າ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ຂອງຕົນປະຈຳຢູ່ແຂວງ, ແຕ່ງຕັ້ງຕົວແທນຂອງຕົນໄປປະຈຳຢູ່ຕ່າງປະເທດ ເພື່ອເປັນການສ້າງສາຍພົວພັນທາງດ້ານ ເສດຖະກິດ, ການຄ້າຕາມ ການມອບໝາຍຂອງນະຄອນຫຼວງກໍ່ຄືຂອງລັດຖະບານ.
- ຄຸ້ມຄອງ ແລະ ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ສຳລັບສິນຄ້າທີ່ຜະລິດຢູ່ນະຄອນຫຼວງ ວຽງຈັນ ຕາມການມອບໝາຍຂອງພາກສ່ວນກ່ຽວຂ້ອງ.
- ຕິດຕາມຄະນະຜູ້ແທນຂອງພາກລັດ ໃນການເດີນທາງໄປປະຊຸມພາກທຸລະກິດ ຢູ່ພາຍໃນ ແລະ ຕ່າງປະເທດ, ຮັບເອົາການຊ່ວຍເຫຼືອລ້າ ຫຼື ການສະໜັບສະໜູນຈາກນະຄອນຫຼວງ ວຽງຈັນ, ລັດຖະບານ, ບຸກຄົນ, ນິຕິບຸກຄົນ ທັງພາຍໃນ, ຕ່າງປະເທດ ແລະ ອົງການ ຈັດຕັ້ງສາກົນ.
- ສະເໜີຄວາມຄິດເຫັນ, ຕໍ່ອົງການຈັດຕັ້ງຂອງລັດກ່ຽວກັບການສ້າງ ຫຼື ປັບປຸງບັນດາ ກົດ ໝາຍ, ຂໍ້ກຳນົດກົດລະບຽບຕ່າງໆທີ່ກ່ຽວຂ້ອງກັບຂົງເຂດທຸລະກິດ.
- ປະຕິບັດສິດອື່ນໆ ຕາມກົດລະບຽບຂອງ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ແລະ ຕາມກົດໝາຍຂອງລັດ.
- ອອກໃບຢັ້ງຢືນໃຫ້ແກ່ຜູ້ມາຝຶກງານ, ສຳມະນາກອນຕາມສາຍວິຊາຊີບ ແລະ ຂອບເຂດ ຄວາມຮັບຜິດຊອບຂອງສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ.
- ສະເໜີສ້າງມາດຕະຖານ ແລະ ຮັບຮອງຄຸນນະພາບຂອງສິນຄ້າທີ່ຜະລິດຢູ່ນະຄອນຫຼວງວຽງຈັນຮ່ວມກັບອົງການທີ່ກ່ຽວຂ້ອງຂອງພາກລັດ.