ກອງປະຊຸມ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ນວ.
ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ມີກອງປະຊຸມ ຕ່າງໆຄື:
- ກອງປະຊຸມໃຫຍ່ ທຸກໆ 03 ປີ
- ກອງປະຊຸມປະຈຳປີ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ
- ກອງປະຊຸມ ຂອງຄະນະບໍລິຫານງານ ທຸກໆ 03 ເດືອນ
- ກອງປະຊຸມ ຂອງຄະນະປະຈຳ ແມ່ນໜຶ່ງເດືອນ ເທື່ອໜຶ່ງ ຫຼື ຕາມໜ້າວຽກ
ກອງປະຊຸມໃຫຍ່:
ແມ່ນອົງການນຳພາສູງສຸດ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ເປີດຂຶ້ນ 3 ປີ ຕໍ່ ຄັ້ງ ຕາມຮູບແບບ ກອງປະຊຸມໃຫຍ່ ທົ່ວສະມາຊິກ ຫຼື ກອງປະຊຸມໃຫຍ່ ຕົວແທນ ສະມາຊິກຕາມການຄົ້ນຄວ້າ ຕົກລົງ ຂອງ ຄະນະບໍລິຫານງານ ຫຼື ຕາມກົດລະບຽບ ຂອງ ສະພາ ການຄ້າ ອຸດສາຫະກຳ ແຫ່ງຊາດລາວ ວາງອອກ ກອງ ປະຊຸມໃຫຍ່ ມີໜ້າທີ່ ສຳຄັນ ດັ່ງນີ້:
- ຜ່ານ ແລະ ຮັບຮອງເອົາກົດລະບຽບ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງ ວຽງຈັນ
ທີ່ສ້າງຂຶ້ນໃໝ່ ຫຼື ປັບປຸງ. - ຜ່ານ ແລະ ຮັບຮອງເອົາບົດລາຍງານ ສະພາບການປະຕິບັດໜ້າທີ່ ຂອງສະພາການຄ້າ ແລະ ອຸດສາຫະກຳ
ນະຄອນຫຼວງວຽງຈັນ ໃນໄລຍະ 3 ປີຜ່ານມາ ແລະ ແຜນການເຄື່ອນໄຫວຕໍ່ໜ້າ ຂອງຄະນະ ບໍລິຫານງານຊຸດ ໃໝ່. - ຜ່ານ ແລະ ຮັບຮອງເອົາບົດສະຫຼຸບແຜນການງົບປະມານ ລາຍຮັບ-ລາຍຈ່າຍ ຂອງ ສະພາການຄ້າ ແລະ
ອຸດສາຫະກຳ ນະຄອນຫຼວງວຽງຈັນ - ດຳເນີນການເລືອກຕັ້ງ ແລະ ຮັບຮອງເອົາຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ
ນະຄອນຫຼວງວຽງຈັນ - ຄັດເລືອກ ແລະ ແຕ່ງຕັ້ງປະທານສະພາ, ເລຂາທິການ, ຄະນະກວດກາ, ຫົວໜ້າບັນຊີ ແລະ ນາຍຄັງຂອງ
ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ - ຕົກລົງບັນຫາສຳຄັນອື່ນໆຂອງ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ
ກອງປະຊຸມວິສາມັນ:
ກອງປະຊຸມວິສາມັນ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ເປີດຂຶ້ນ ເມື່ອມີ ສະມາຊິກ ສາມັນຫຼາຍກວ່າເຄິ່ງໜຶ່ງຂອງຈຳນວນ ສະມາຊິກທັງໝົດ ຫຼື ມີສະມາຊິກ ຄະນະ ບໍລິຫານງານຢ່າງ ໜ້ອຍຈຳນວນ 2/3 ຂຶ້ນໄປຮຽກຮ້ອງໃຫ້ເປີດກອງປະຊຸມໃຫຍ່ວິສາມັນຂຶ້ນ.
ກອງປະຊຸມປະຈຳປີ:
ກອງປະຊຸມປະຈຳປີ ຂອງສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ແມ່ນກອງ ປະຊຸມ ເປີດກວ້າງ ຂອງຄະນະບໍລິຫານຈະເປີດຂຶ້ນປີລະຄັ້ງ ເພື່ອພິຈາລະນາບັນຫາລຸ່ມນີ້ ຂອງ ສຄອ.ນວ ເຊັ່ນ:
- ພິຈາລະນາຮັບຮອງເອົາບົດສະຫຼຸບການເຄື່ອນໄຫວວຽກງານໃນໜຶ່ງປີຜ່ານມາ ແລະ ຜ່ານແຜນ ການເຄື່ອນໄຫວ
ໃນປີຕໍ່ໜ້າ - ພິຈາລະນາ ຜ່ານ-ຮັບຮອງເອົາບົດສະຫຼຸບການໃຊ້ຈ່າຍງົບປະມານໃນໜຶ່ງປີ ຜ່ານມາ ແລະ ແຜນ ການງົບປະມານ
ໃນປີຕໍ່ໄປ - ຮັບຮອງການກວດສອບງົບປະມານ ລາຍຮັບ ແລະ ລາຍຈ່າຍ ຈາກອົງການກວດສອບ
- ຜ່ານ-ຮັບຮອງເອົາບັນດາໂຄງການຕ່າງໆ ທີ່ສຳຄັນ ແລະ ບັນຫາສຳຄັນອື່ນໆ…
- ຜ່ານ ແລະ ຮັບຮອງເອົາການປັບປຸງນິຕິກຳຕ່າງໆ ທີ່ໄດ້ຮັບການປັບປຸງປ່ຽນແປງທີ່ຜ່ານມາ ເພື່ອໃຫ້ເໝາະສົມກັບສະພາບ ແລະ ເງື່ອນໄຂຂອງຊຸມປີຕໍ່ໄປ.
ກອງປະຊຸມຄະນະບໍລິຫານງານ:
ກອງປະຊຸມຄະນະບໍລິຫານງານຂອງ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ແມ່ນ ກອງປະຊຸມ ສະເພາະພາຍໃນທີ່ຄະນະບໍລິຫານຈະເປີດ ຂຶ້ນ 3 ເດືອນ ຫຼື 6 ເດືອນ ຕໍ່ຄັ້ງໃນ ປີໜຶ່ງ, ເຊິ່ງແມ່ນ ການນຳສະເໜີ ຂອງເລຂາທິການ ແລະ ຄະນະປະຈຳເປັນຜູ້ສະເໜີຂຶ້ນ ເພື່ອພິຈາລະ ນາ ບັນຫາລຸ່ມນີ້ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ເຊັ່ນ:
- ສັງລວມຕີລາຄາຄືນສະພາບການປະຕິບັແຜນການແຕ່ລະໄລຍະ ສຳລັບປີ
- ກອງປະຊຸມຄະນະບໍລິຫານງານ ສາມາດເປີດຂຶ້ນໄດ້ ຖ້າຫາກມີອົງປະກອບຂອງກອງປະຊຸມຫຼາຍກວ່າເຄິ່ງໜຶ່ງເຂົ້າຮ່ວມໝາຍຄວາມວ່າຄົບອົງປະກອ
- ມະຕິຕົກລົງໃນກອງປະຊຸມນີ້ ແມ່ນຕ້ອງໄດ້ຮັບຄະແນນສຽງສ່ວນຫຼາຍຂອງ ຜູ້ເຂົ້າຮ່ວມປະຊຸມຈຶ່ງຖືວ່າໄດ້ຮັບການຮັບຮອງສົມບູນ
- ກໍລະນີຄະນະບໍລິຫານງານຂອງສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ບໍ່ມາປະຊຸມພາຍໃນສອງຄັ້ງ, ປະທານມີສິດອອກໃບແຈ້ງເຕືອນໃຫ້ຜູ້ກ່ຽວຊາບ ແລະ ຖ້າຫາກບໍ່ມີການປ່ຽນ ແປງ, ຈະຖືກສະເໜີປ່ຽນແທນ.
ກອງປະຊຸມຄະນະປະຈຳ:
ກອງປະຊຸມຄະນະປະຈຳຂອງ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ແມ່ນ ກອງປະຊຸມ ສະ ເພາະ ຂອງຄະນະປະຈຳກັບເລຂາທິການ ເພື່ອປຶກສາຫາລື ກ່ຽວກັບວິທີການຈັດການ ວຽກ ງານປະຈຳເດືອນ ແລະ ແກ້ໄຂບັນຫາ ທີ່ກ່ຽວຂ້ອງ ກັບພາກທຸລະກິດ ຫຼື ພາກລັດ, ກອງປະຊຸມ ຈະເປີດ ຂຶ້ນທຸກໆເດືອນ ຕາມຄວາມເໝາະ ສົມ, ໂດຍແມ່ນການນຳສະເໜີຂອງເລຂາທິການ ຫຼື ຫ້ອງການ ສະພາ ການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງ ວຽງຈັນ.