ວັນທີ 20 ສິງຫາ 2019 ທີ່ຫ້ອງປະຊຸມ ສຳນັກງານປົກຄອງນະຄອນຫຼວງວຽງຈັນ
ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ເຂົ້າພົບລາຍງານ ການກະກຽມກອງປະຊຸມພົບປະທຸລະກິດ ປະຈຳປີ 2019 ໃຫ້ແກ່ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ
ເຂົ້າຮ່ວມກອງປະຊຸມມີ: ພະແນກການຕ່າງປະເທດ,ພະແນກອຸດສາຫະກຳແລະການຄ້າ ແລະ ໜ່ວຍງານພາກລັດທີ່ກ່ຽວຂ້ອງ ຝ່າຍສະພາການຄ້າ ໂດຍທ່ານ ບຸນທ່ຽງ ລັດຕະນະວົງ, ທ່ານ ນາງ ດວງມາລາ ພົມມະວົງ ຮອງປະທານ ສຄອ,ນ
ທ່ານ ນາງດວງມາລາ ໄດ້ລາຍງານການກະກຽມຄວາມພ້ອມຂອງການຈັດງານ ພົບປະທຸລະກິດ ປະຈຳປີ 2019 ໃຫ້ແກ່ປະທານກອງປະຊຸມໄດ້ຮັບຊາບ ພ້ອມທັງສະເໜີໃຫ້ການນຳນະຄອນຫຼວງ ປະກອບສ່ວນບົດຄຳເຫັນເພື່ອຈະເອົາໄປໃສ່ໃນ ເອກະສານ ແລະ ເວັບໄຊ ໃນການເຜີຍແຜ່ ແລະ ເຊີນຊວນນັກທຸລະກິດ-ຜູ້ປະກອບການເຂົ້າຮ່ວມແລະສະໜັບສະໜູນໃນງານຄັ້ງນີ້
.
ທ່ານ ຮອງເຈົ້າຄອງ ກໍໄດ້ມີຄຳເຫັນ ກ່ຽວກັບບົດສະເໜີດ້ານເນື້ອໃນຈະໄດ້ລາຍງານຂໍຄຳເຫັນນຳເຈົ້າຄອງນະຄອນຫຼວງວຽງຈັນ ເພື່ອໃຫ້ທັນເວລາໃນການກະກຽມ ນອກຈາກນັ້ນ ຍັງໄດ້ມອບໃຫ້ ພະແນກການຕ່າງປະເທດ,ພະແນກແຜນການແລະການລົງທຶນແລະ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ກະກຽມຂໍ້ມູນ ໃນການເຜີຍແຜ່ໃນການຄັ້ງນີ້, ພ້ອມໃຫ້ຝ່າຍປະສານງານ ຮີບຮ້ອງປະສານກັບຜູ້ຈັດງານເພື່ອສະໜອງຂໍ້ມູນແລະກະກຽມເອກະສານຮ່ວມກັນແລ້ວລາຍງານຂັ້ນເທິງ.
ໃນຂະນະດຽວກັນ ທ່ານ ບຸນທ່ຽງ ລັດຕະນະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ຖືໂອກາດ ລາຍງານການເຄື່ອນໄຫວຂອງ ສຄອ,ນວ ໃນພາບລວມ ແລະ ໄດ້ເນັ້ນເຖິງການສ້າງສູນສົ່ງເສີມແລະພັດທະນາ ທຸລະກິດຂະໜາດນ້ອຍ ແລະ ກາງ ພາຍໃຕ້ແຜນງານຂອງ ສະພາການຄ້າແລະອຸດສາຫະກຳ ນະຄອນຫຼວງ ອີກດ້ວຍ.
ກອງປະຊຸມພົບປະທຸລະກິດ ປະຈຳປີ 2019 ຈະໄດ້ຈັດຂື້ນໃນວັນທີ 26-27-28 ພະຈິກ 2019 ທີ່ໂຮງແຮມແລນມາກ ແມ່ຂອງຣີເວີຊາຍ