ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ລົງມືກໍ່ສ້າງ ສູນສົ່ງເສີມ ແລະ ພັດທະນາ SME
ສະພາການຄ້າແລະອຸດສາຫະກຳ ນະຄອນຫຼວງວຽງຈັນ ຈັດພິທີວາງສີລາລຶກພິທີກໍ່ສ້າງສູນສົ່ງເສີມແລະພັດທະນາSMEs,ຕະຫລາດນັດ,ບ່ອນວາງຈຳຫນ່າຍສິນຄ້າຂອງສະມາຊິກ ຂຶ້ນໃນເວລາ 16 ໂມງຂອງວັນທີ 20 ເມສາ 2019 ທີ່ບ້ານ ສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມມີທ່ານ ສັງຄົມ ຈັນສຸກ ປະທານ ສຄອ.ນວ,ທ່ານ ນາງ.ສົມຈັນ ສີງຫາບຸດ ສະມາຊິກສະພາແຫ່ງຊາດ, ຄະນະປະຈຳ ສຄອ.ນວ ທ່ານ ປອ ພອນປະເສີດ ອິນທະສອນ ຄະນະປະຈຳ ສຄອ.ນວ ປະທານບໍລິສັດ 3SD, ທ່ານ ປອ ຄຳຫຼ້າ ນາກຄະວົງ ປະທານ ບໍລິສັດຂັວນເມືອງກຼູບຈຳກັດ, ມີບັນດາຄະນະນຳ ແລະ ສະມາຊິກ ສຄອ.ນວ ເຂົ້າຮ່ວມ.