ວັນທີ 29 ມີນາ 2019 ເວລາ 9 ໂມງ, ທີ່ Continental Plaza Hotel
ຄະນະນຳຂອງ ສະພາການຄ້າ ແລະ ອູດສາຫະກຳນະຄອນຫລວງວຽງຈັນ ໄດ້ມີການເຊັນບົດບັນທຶກ MOU ວ່າດ້ວຍການຮ່ວມມືລະຫວ່າງ : ທ່ານ ສັງຄົມ ຈັນສຸກ ປະທານສະພາການຄ້າແລະອຸດສາຫະກຳ ນະຄອນຫຼວງວຽງຈັນ ແລະ ທ່ານ ດຣ.ນະຣົງ ຊີວະສີນ ອະທິການບໍດີ North Chiangmai University ໂດຍມີ ຄະນະນຳຂອງທັງ 2 ຝ່າຍເຂົ້າຮ່ວມເປັນສັກຂີພິຍານ ນຳໃນບົດບັນທຶກໄດ້ລະບຸເຖິງຂອບການຮ່ວມມື ດ້ານວິຊາການ ການພັດທະນາບຸກຄະລາການ ການຕະຫຼາດທີ່ຊຸກຍູ້ສົ່ງເສີມຊື່ງກັນແລະກັນ