ເບີໂທລະສັບ: +856-21 419 020
info@vccci.gov.la
VCCCIVCCCIVCCCIVCCCI
  • ໜ້າທຳອິດ
  • ກ່ຽວກັບເຮົາ
    • ກ່ຽວກັບ ສຄອ.ນວ
    • ປະຫວັດຄວາມເປັນມາ
    • ຄະນະບໍລິຫານ
    • ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ
    • ໂຄງຮ່າງການຈັດຕັ້ງ
    • ນິຕິກຳ ແລະ ກົດໝາຍ
    • ຕິດຕໍ່
  • ສະມາຊິກ
    • ສະມາຊິກ
    • ສິດທິຜົນປະໂຫຍດ
    • ການສະໝັກສະມາຊິກ
  • ໂຄງການ
    • ໂຄງການສົ່ງເສີມ SME
    • ໂຄງການຝຶກອົບຮົມ
  • ກິດຈະກໍາ
    • ງານພົບປະທຸລະກິດ ແລະ ຜູ້ປະກອບການປະຈຳປີ 2019
    • ງານວາງສະແດງຕ່າງໆ
    • ກອງປະຊຸມປະຈຳປີ
  • ຂ່າວສານ
    • ຂ່າວຂອງ ສຄອ.ນວ
    • ຂ່າວຂອງ ສະມາຊິກ ສຄອ.ນວ
    • ຂ່າວທົ່ວໄປ
  • ວິໄຈ
    • ການວິໃຈດ້ານການຕະຫຼາດ
    • ການວິໃຈດ້ານເສດຖະກິດ
    • ການວິໃຈດ້ານການລົງທຶນ
    • ການວິໃຈສະເພາະດ້ານອື່ນໆ
  • ຜູ້ສະໜັບສະໜູນ

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ

    Home ຂ່າວກ່ຽວກັບສະມາຊິກ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ

    ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ

    By Admin | ຂ່າວກ່ຽວກັບສະມາຊິກ | Comments are Closed | 19 November, 2018 | 0

    ຕິດຕາມ ຫຼາຍບັນຫາສຳຄັນທີ່ນຳສະເໜີໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຈະມີຂຶ້ນເລີ່ມແຕ່ວັນທີ 20 ພະຈິກ ຫຼາຍບັນຫາສຳຄັນທີ່ມີຜົນຕໍ່ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ຈະໄດ້ຖືກນຳມາສະເໜີ, ພິຈາລະນາຜ່ານສະພາແຫ່ງຊາດກ່ອນຈະນຳໄປບັນຈຸ ແລະ ບັງຄັບໃຊ້ໃນກົດໝາຍຕໍ່ໄປ ສິ່ງທີ່ໜ້າສົນໃຈຈະໄດ້ທາບທາມຮ່າງກົດໝາຍວ່າດ້ວຍທີ່ດິນ. ງານຖະແຫຼງຂ່າວກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ຈັດຂຶ້ນໃນວັນທີ 15 ພະຈິກ ຜ່ານມາທີ່ ຫ້ອງປະຊຸມຄະນະສະພາແຫ່ງຊາດ (ຫລັກ 6) ໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສໍາຮອງສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ເຊິ່ງມີສື່ມວນຊົນທຸກຂະແໜງການເຂົ້າຮ່ວມ. ທ່ານ ນາງ ສວນສະຫວັນ ວິຍະເກດ ກ່າວວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ຈັດຂຶ້ນໃນວັນອັງຄານ 20 ພະຈິກ 2018 ແລະ ຈະດຳເນີນໄປເຖິງວັນສຸກ ວັນທີ 21 ທັນວາ 2018 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ 6), ນະຄອນຫລວງວຽງຈັນ ຊຶ່ງຈະໃຊ້ເວລາດຳເນີນກອງປະຊຸມທັງໝົດ 22 ວັນ (ບໍ່ລວມວັນພັກລັດຖະການ) ທີ່ປະຊຸມຈະໄດ້ມີການພິຈາລະນາ, ຮັບຟັງບົດລາຍງານຂອງ ທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນປະຈຳປີ 2018 ແລະ ທິດທາງວຽກງານຈຸດສຸມໃນປີ 2019 ຂອງລັດຖະບານ; ພິຈາລະນາ, ຮັບຮອງເອົາບົດລາຍງານຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2018, ທິດທາງແຜນການປີ 2019 ແລະ ບົດລາຍງານການສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2017; ພິຈາລະນາ, ຮັບຮອງ ເອົາການຊີ້ແຈງຂອງລັດຖະບານຕໍ່ຄຳຊັກຖາມຂອງສອງກະຊວງຄື: ກະຊວງໂຍທາທິການ ແລະ ຂົນສົ່ງ ຊີ້ແຈງກ່ຽວກັບສະພາບການກໍ່ສ້າງ ແລະ ສ້ອມແປງຖະໜົນຫົນທາງ (ໃນໄລຍະຜ່ານມາເຫັນວ່າ ຄຸນນະພາບຂອງການກໍ່ສ້າງຕ່ຳ, ມູນຄ່າການກໍ່ສ້າງສູງ, ແກ່ຍາວເວລາກໍ່ສ້າງ ແລະ ທິດທາງແກໄຂບັນຫາດັ່ງກ່າວໃນຕໍ່ໜ້າມີແນວໃດ), ກະຊວງສາທາລະນະສຸກ ຊີ້ແຈງກ່ຽວກັບຄຸນນະພາບຂອງການບໍລິການ, ການປິ່ນປົວຢູ່ໃນໂຮງໝໍ, ສຸກສາລາ (ແລະທິດທາງແກ້ໄຂໃນຕໍ່ໜ້າ); ພິຈາລະນາ, ຮັບຟັງບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າດ້ວຍການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັເປົ້າໝາຍການພັດທະນາແບບຍືນຍົງ. (ສະບັບເລກທີ 079/ສພຊ, ລົງວັນທີ 17 ພະຈິກ 2017); ພິຈາລະນາ, ຮັບຮອງເອົາການແຕ່ງຕັ້ງຜູວ່າການທະນາຄານ ແຫ່ງ ສປປ ລາວ ຕາມການສະເໜີຂອງທ່ານນາຍົກລັດຖະມົນຕີ; ພິຈາລະນາ, ຮັບຮອງເອົາບົດສະເໜີຂອງລັດຖະບານກ່ຽວການຄົ້ນຄວ້າຊື່ເອີ້ນຊົນເຜົ່າ ບຣູ; ພິຈາລະນາ, ຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2018 ແລະ ທິດທາງແຜນການປະຈຳປີ 2019; ພິຈາລະນາ, ຮັບຮອງເອົາບົດລາຍງານຜົນການກວດສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2017; ພິຈາລະນາ, ຮັບຮອງເອົາບົດລາຍງານຂອງອົງການກວດກາລັດຖະບານ ກ່ຽວກັບການກວດກາຕາມຜົນການກວດສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດສົກປີ 2015-2016; ພິຈາລະນາ, ຮັບຮອງເອົາບົດລາຍງານຂອງ ໄອຍະການປະຊາຊົນສູງສຸດກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກາງສະໄໝ (2016-2018), ການເຄື່ອນໄຫວວຽກງານ 9 ເດືອນ ປະຈຳປີ 2018, ທິດທາງແຜນການຣອດປີ 2020 ແລະ ວຽກງານຈຸດສຸມ ປະຈຳປີ 2019; ພິຈາລະນາ, ຮັບຮອງເອົາບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກາງສະໄໝ (2016-2018), ການເຄື່ອນໄຫວວຽກງານ 9 ເດືອນ ປະຈຳປີ 2018, ທິດທາງແຜນການຮອດ 2020 ແລະ ວຽກງານຈຸດສຸມ ປະຈຳປີ 2019; ພິຈາລະນາ, ຮັບຮອງເອົາການຊີ້ແຈ້ງຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດໃນການຕິດຕາມກວດກາ ການລະເມີດສັນຍາກູ້ຢືມທີ່ມີລັກຊັບຄ້ຳປະກັນ ແຕ່ມາດຳເນີນຄະດີອາດຍາ ໃນຂໍ້ຫາສໍ້ໂກງຊັບຂອງພົນລະເມືອງພິຈາລະນາ, ຮັບຮອງເອົາບົດລາຍງານກ່ຽວກັບການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ຊຸດທີ VIII ກາງສະໄໝ (2016-2018), ປະຈຳປີ 2018, ທິດທາງແຜນການແຕ່ປີ 2019ຮອດກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ແລະ ແຜນວຽກຈຸດສຸມປະຈຳປີ 2019 ຂອງສະພາແຫ່ງຊາດ; ພິຈາລະນາ, ຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດໝາຍຂອງສະພາແຫ່ງຊາດ ປະຈຳປີ 2019; ພິຈາລະນາ, ຮັບຮອງເອົາແຜນການຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ ປະຈຳປີ 2019 ການສ້າງ, ປັບປຸງ ແລະ ທາບທາມຮ່າງກົດໝາຍຈຳນວນ 9 ສະບັບ, ໃນນັ້ນ ຮ່າງກົດໝາຍສ້າງໃໝ່ 7 ສະບັບຄື: ຮ່າງກົດໝາຍວ່າດ້ວຍ ສຳນກງານຜູ້ຕາງໜ້າ ສປປ ລາວ ປະຈຳຢູ່ຕ່າງປະເທດ, ຮ່າງກົດໝາຍວ່າດ້ວຍ ຄົນພິການ, ຮ່າງກົດໝາຍວ່າດ້ວຍ ຄວາມປອດໄພດ້ານລັງສີ, ຮ່າງກົດໝາຍວ່າດ້ວຍ ລາຍເຊັນເອເລັກໂຕນິກ, ຮ່າງກົດໝາຍວ່າດ້ວຍ ການປະກັນສຸຂະພາບ, ຮ່າງກົດໝາຍວ່າດ້ວຍ ການລົດໄຟ ແລະ ປະມວນກົດໝາຍແພ່ງ, ສ່ວນຮ່າງກົດໝາຍປັບປຸງ 1 ສະບັບຄື: ກົດໝາຍວ່າດ້ວຍ ທະນາຄານທຸລະກິດ ແລະ ຮ່າງກົດໝາຍທາບທາມມີ 1 ສະບັບຄື: ກົດໝາຍວ່າດ້ວຍທີ່ດິນ. ໃນນາມຄະນະປະຈຳສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ຂໍເຊີນບັນດາທ່ານ ພະນັກງານ, ລັດຖະກອນ, ທະຫານ, ຕຳຫລວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນ ໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງຕິດຕາມການດຳເນີນກອງປະຊຸມສະພາສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງນີ້, ໃນໄລຍະດຳເນີນກອງປະຊຸມສະພາແຫ່ງຊາດ ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກທົ່ວສັງຄົມ ທີ່ຈະສົ່ງໄປຍັງກອງປະຊຸມ; ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີ ໄປຍັງກອງປະຊຸມໄດ້ຕາມວິທີຄື: ໂທລະສັບບໍ່ເສຍຄ່າ ໝາຍເລກ 156, ໂທລະສານ ໝາຍເລກ 021 413 528 ແລະ ສົ່ງເປັນຈົດໝາຍທາງໄປສະສະນີ ຕູ້ປນ 662 ແລະ ສົ່ງອີເມວ: na_session@na.gov.la

    No tags.

    ຂ່າວ ແລະ ກິດຈະກໍາ​ຫຼ້າ​ສຸດ

    • 26 February, 2020
      Comments Off on ຊຸດຝືກອົບຮົມຈັດໂດຍ AOTS Japan

      ຊຸດຝືກອົບຮົມຈັດໂດຍ AOTS Japan

    • 10 December, 2019
      Comments Off on ຈີນຈະສ້າງເຂດສາທິດດ້ານການກະເສດ ເພື່ອຟື້ນຟູກະສິກຳຊົນນະບົດໃຫ້ທັນສະໄໝ

      ຈີນຈະສ້າງເຂດສາທິດດ້ານການກະເສດ ເພື່ອຟື້ນຟູກະສິກຳຊົນນະບົດໃຫ້ທັນສະໄໝ

    • 31 October, 2019
      Comments Off on ເອດີບີ ສະໜອງ 140 ລ້ານໂດລາໃຫ້ລາວກູ້ ພັດທະນາຂະແໜງກະສິກຳ,ການສຶກສາ ແລະ ຄຸ້ມຄອງການເງິນພາກລັດ.

      ເອດີບີ ສະໜອງ 140 ລ້ານໂດລາໃຫ້ລາວກູ້ ພັດທະນາຂະແໜງກະສິກຳ,ການສຶກສາ ແລະ ຄຸ້ມຄອງການເງິນພາກລັດ.

    • 17 October, 2019
      Comments Off on ສຄອ,ນວ ເຂົ້າຮ່ວມງານຕະຫຼາດນັດພົບແຮງງານ 2019

      ສຄອ,ນວ ເຂົ້າຮ່ວມງານຕະຫຼາດນັດພົບແຮງງານ 2019

    ກ່ຽວກັບເຮົາ

    • ປະຫວັດຄວາມເປັນມາ
    • ຄະນະບໍລິຫານ
    • ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ
    • ໂຄງຮ່າງການຈັດຕັ້ງ
    • ນິຕິກຳ ແລະ ກົດໝາຍ
    • ຕິດຕໍ່

    ສະມາຊິກ

    • ສະມາຊິກ
    • ສິດທິຜົນປະໂຫຍດ
    • ການສະໝັກສະມາຊິກ

    ການລົງທຶນ

    • ເຊື່ອມຕໍ່ເວັບໄຊ

    ຕິດຕໍ່ພົວພັນ

    • ຫ້ອງການ ສຄອ.ນວ: ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ
    • ໂທລະສັບ: +856-21 419 020
    • ແຟັກ: +856-21 419 021
    • ອີເມວ: info@vccci.gov.la
    • ເວັບໄຊ: www.vccci.gov.la
    ສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງຈັນ © 2018 | ອອກແບບ ແລະ ພັດທະນາ ໂດຍ: Exact Creative Marketing
    • ກອງປະຊຸມປະຈຳປີ
    • ການວິໃຈດ້ານການຕະຫຼາດ
    • ການວິໃຈດ້ານການລົງທຶນ
    • ການວິໃຈດ້ານເສດຖະກິດ
    • ການວິໃຈສະເພາະດ້ານອື່ນໆ
    • ການສະໝັກສະມາຊິກ
    • ກ່ຽວກັບ ສຄອ.ນວ
    • ຂອບເຂດສິດ
    • ຂ່າວຂອງ ສຄອ.ນວ
    • ຂ່າວຂອງ ສະມາຊິກ ສຄອ.ນວ
    • ຂ່າວທົ່ວໄປ
    • ຄະນະບໍລິຫານ
    • ງານພົບປະທຸລະກິດ ແລະ ຜູ້ປະກອບການປະຈຳປີ 2019
    • ງານວາງສະແດງຕ່າງໆ
    • ດາວໂຫຼດເອກະສານ
    • ຕິດຕໍ່
    • ນະໂຍບາຍ
    • ນິຕິກຳ ແລະ ກົດໝາຍ
    • ປະຫວັດຄວາມເປັນມາ
    • ຜູ້ສະໜັບສະໜູນ
    • ພາລະບົດບາດ
    • ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ
    • ວາລະກອງປະຊຸມ
    • ສະມາຊິກ
    • ສະມາຊິກສາມັນ
    • ສະມາຊິກສົມທົບ
    • ສິດທິຜົນປະໂຫຍດ
    • ໜ້າທຳອິດ
    • ໜ້າທີ່
    • ເຊື່ອມຕໍ່ເວັບໄຊ
    • ໂຄງການຝຶກອົບຮົມ
    • ໂຄງການສົ່ງເສີມ SME
    • ໂຄງຮ່າງການຈັດຕັ້ງ
    • ໂອກາດ ແລະ ຂັ້ນຕອນການລົງທຶນ
    VCCCI