ສະມາຊິກຂອງ ສະພາ ການຄ້າ ແລະ ອຸດສາຫະກຳ ນວ.
ສະມາຊິກ ຂອງສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ມີ 2 ປະເພດ ຄື:
- ສະມາຊິກ ສາມັນ
- ສະມາຊິກ ສົມທົບ
- ສະມາຊິກສາມັນ:
ບຸກຄົນທີ່ເປັນນັກທຸລະກິດ ແລະ ຕົວແທນຈຳໜ່າຍ ນິຕິບຸກຄົນທີ່ເປັນພົນລະເມືອງລາວ ແລະ ທຸລະກິດ ທີ່ເຊົ່າ ກິດຈະການສຳປະທານທີ່ດິນຈາກນະຄອນຫຼວງວຽງຈັນ ໄດ້ຂຶ້ນທະບຽນທຸລະກິດຖືກຕ້ອງ ຕາມ ກົດໝາຍ ວິສາຫະ ກິດ ນັບແຕ່ ທຶນຈົດທະບຽນ 50,000,000 ກີບ (ຫ້າສີບລ້ານກີບ) ຂຶ້ນໄປ ຕ້ອງ ໄດ້ສະໝັກເຂົ້າ ເປັນສະມາຊິກ ຂອງສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ, ສ່ວນ ນັກທຸລະກິດ ແລະ ນິຕິບຸກຄົນທີ່ມີທຶນຈົດທະ ບຽນ ໜ້ອຍກວ່າ 50,000,000 ກີບ (ຫ້າສີບລ້ານກີບ) ລົງມາກໍ່ມີສິດທີ່ຈະສະໝັກເຂົ້າເປັນສະມາຊິກ ຂອງ ສະພາ ການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງ ວຽງຈັນໄດ້, ແຕ່ດ້ວຍຄວາມສະໝັກໃຈ. - ມີສິດ ແລະ ພັນທະດັ່ງນີ້:
- ມີສິດສະເໜີຄວາມຄິດເຫັນ ຕໍ່ຄະນະບໍລິຫານງານ, ຄະນະປະຈຳກ່ຽວກັບບັນຫາຕ່າງໆ ທີ່ພົວພັນກັບ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ, ເພື່ອກວດກາເອກະສານ ແລະບັນຊີຊັບສິນຂອງສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ໃນແຕ່ລະໄລຍະ
- ມີສິດເຂົ້າຮ່ວມກອງປະຊຸມໃຫຍ່, ກອງປະຊຸມປະຈຳປີ, ມີສິດເລືອກຕັ້ງ ຫຼື ສະໝັກເລືອກຕັ້ງ ເຂົ້າເປັນຄະນະບໍລິຫານງານ, ຄະນະປະຈຳມີສິດລົງຄະແນນສຽງ ຕົກລົງບັນຫາສຳຄັນ ຂອງ ສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນ ໃນແຕ່ລະຄັ້ງ, ຖ້າສະມາຊິກສາມັນຫາກຫຼາຍ ກວ່າເຄິ່ງໜຶ່ງ ຂອງຈຳນວນທັງໝົດ ມີສິດຮຽກຮ້ອງໃຫ້ ຄະນະບໍລິຫານງານຈັດກອງປະຊຸມໃຫຍ່ວິສາມັນຂຶ້ນ.
- ມີສິດໄດ້ຮັບການບໍລິການດ້ານຕ່າງໆ ໄດ້ຮັບຂໍ້ມູນຂ່າວສານ ກ່ຽວກັບທຸລະກິດ, ການລົງທຶນຢູ່ ພາຍໃນ ແລະ ຕ່າງປະເທດ ໄດ້ຮັບການປຶກສາ, ໄດ້ຮັບການໄກ່ເກ່ຍຂໍ້ຂັດແຍ່ງ ທາງດ້ານທຸລະກິດ, ແຮງງານ ແລະ ໄດ້ຮັບການປົກປ້ອງສິດຜົນປະໂຫຍດອັນຊອບທຳ ຈາກ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນຢ່າງສະເໝີພາບກັນ.
- ມີພັນທະເຄົາລົບກົດລະບຽບ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ຢ່າງເຂັ້ມງວດ, ຈ່າຍເງິນບຳລຸງຂອງການເປັນສະມາຊິກ, ຝຶກຝົນ ແລະ ປະພຶດຕົນໃຫ້ສົມກັບ ເປັນ ສະມາຊິກຂອງສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ແລະ ປະຕິບັດຕາມລະບຽບ ກົດໝາຍຂອງລັດ.
- ສະໜັບສະໜູນໃຫ້ຄວາມຮ່ວມມື ແລະ ເຂົ້າຮ່ວມຂະບວນການເຄື່ອນໄຫວ ກໍ່ຄືກິດຈະກຳຕ່າງໆ ທີ່ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ຈັດຂຶ້ນ, ເຂົ້າຮ່ວມງານ ວາງສະແດງສິນຄ້າ, ງານຕະຫຼາດນັດ, ງານພົບປະນັກທຸລະກິດທີ່ຈັດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ.
- ໂຄສະນາເຜີຍແຜ່ກຽດຕິຄຸນ, ຊື່ສຽງ, ພາລະບົດບາດ, ຄຸນງາມຄວາມດີ ຂອງ ສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນ ໃຫ້ຮູ້ຈັກຢ່າງກວ້າງຂວາງທົ່ວສັງຄົມ.
- ມີສິດ ແລະ ພັນທະອື່ນໆ ທີ່ກຳນົດຢູ່ໃນກົດລະບຽບ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ແລະ ລະບຽບກົດໝາຍຂອງລັດວາງອອກ.
- ສະມາຊິກ ສົມທົບ:
ສະມາຊິກສົມທົບ ແມ່ນບັນດາທຸລະກິດຕ່າງດ້າວ ແລະ ຕ່າງປະເທດທີ່ເປັນຕົວແທນຕາງໜ້າ ໃຫ້ແກ່ ຫົວໜ່ວຍ ທຸລະກິດ, ສະມາຄົມ ຫຼື ກຸ່ມທຸລະກິດ ທີ່ໄດ້ຮັບການສ້າງຕັ້ງຂຶ້ນ ຢ່າງຖືກຕ້ອງຕາມລະບຽບ ກົດໝາຍ ທີ່ກ່ຽວຂ້ອງ ມີຄວາມເຫັນດີເຫັນພ້ອມກຳນົດລະບຽບ ຂງ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ, ມີການປະ ກອບສ່ວນສົມທົບໃນການຊ່ວຍເຫຼືອດ້ານແນວຄິດ ແລະ ວັດຖຸປັດໃຈ ຕ່າງໆ ໃຫ້ແກ່ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ - ສະມາຊິກ ກິຕິມະສັກ:
ແມ່ນບຸກຄົນ ຫຼື ນິຕິບຸກຄົນໂດຍບໍ່ຈຳແນກສັນຊາດ ທີ່ມີຄຸນສົມບັດ ແລະ ຄວາມສາມາດໂດຍຜ່ານ ປະສົບການ ແລະ ຄວາມຊຳນິຊຳນານ, ການຮັບຮອງເອົາສະມາຊິກກິຕິມະສັກ ກໍ່ເພື່ອເປັນການສົ່ງເສີມ ແລະ ຍົກສູງຜົນສຳເລັດ ຂອງບັນດາທ່ານນັກທຸລະກິດ ໃຫ້ສົມທົບກັບຜົນງານ ແລະ ສັກສີເພື່ອສົ່ງເສີມ ແລະ ໃຫ້ກຽດຢ່າງສູງແກ່ບັນດາ ບໍລິສັດ ທີ່ໃຫຍ່, ມີທ່າແຮງທີ່ດີ, ມີຄວາມສາມາດ ເປັນແບບຢ່າງທີ່ດີ ຕໍ່ກັບນັກທຸລະກິດທັງຫຼາຍແລ້ວ, ນອກຈາກສະມາຊິກ ສາມັນ ແລະ ສະມາຊິກສົມທົບແລ້ວ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ຍັງມີການຮັບເອົາ ສະມາຊິກກິຕິມະສັກ ໂດຍແມ່ນກອງ ປະຊຸມຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງ ວຽງຈັນເປັນຜູ້ຕົກລົງ. - ເງື່ອນໄຂເຂົ້າເປັນສະມາຊິກ:
ປະຕິບັດ ຕາມດຳລັດ ສະບັບເລກທີ 316/ນຍ, ລົງວັນທີ 20 ພະຈິກ 2009, ທຸກໆຫົວໜ່ວຍ ທຸລະກິດທີ່ມີ ທຶນຈົດທະບຽນ ນັບແຕ່ 50,000,000 ກີບ (ຫ້າສີບລ້ານກີບ) ຂຶ້ນໄປຕ້ອງໄດ້ເຂົ້າເປັນ ສະມາຊິກ ຂອງ ສະພາ ການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ຫຼື ສະພາການຄ້າ ອຸດສາ ຫະກຳ ແຫ່ງຊາດ, ກະຊວງ ອຸດສາ ຫະກຳ ແລະ ການຄ້າ, ພະແນກ ອຸດສາຫະກຳ ລແະ ການຄ້າ ນະຄອນຫຼວງວຽງຈັນ, ສະພາການຄ້າ ແລະ ອຸດສາ ຫະກຳ ນະຄອນຫຼວງວຽງຈັນ ຈະເປັນຜູ້ເອື້ອອຳນວຍ ດ້ານຂໍ້ມູນ ສ້າງຄວາມສະດວກ ເພື່ອໃຫ້ຫົວໜ່ວຍທຸລະກິດ ເຫຼົ່ານັ້ນໄດ້ ເຂົ້າມາເປັນ ສະມາຊິກ ແລະ ເຂົ້າມາສັງກັດຢູ່ໃນການຈັດຕັ້ງ. - ຄ່າລົງທະບຽນ ແລະ ເງິນບຳລຸງສະມາຊິກສາມັນ ແລະ ສະມາຊິກສົມທົບ
ການເກັບຄ່າທຳນຽມ, ພັນທະ ແລະ ຄ່າບຳລຸງສະມາຊິກ ຂອງສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງ ວຽງຈັນ ໄດ້ພິຈາລະນາແຕ່ລະປີດ້ວຍຄວາມສາມາດ ແລະ ສົມເຫດສົມຜົນ, ຄ່າສະມັກ ເປັນສະມາຊິກ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ແມ່ນໄດ້ຈັດແບ່ງອອກ ເປັນ 04 ປະເພດ ໂດຍອີງຕາມຂະໜາດຂອງ ທຸລະກິດ ໂດຍຖືເອົາທຶນຈົດທະບຽນເປັນບ່ອນກຳນົດ.
- ຄ່າທຳນຽມເຂົ້າເປັນສະມາຊິກ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ແມ່ນ 100,000 ກີບ (ໜຶ່ງແສນກີບ) ຕໍ່ຄັ້ງ ຕໍ່ຫົວໜ່ວຍທຸລະກິດ
- ຄ່າບຳລຸງສະມາຊິກຕໍ່ປີ ຕໍ່ໜຶ່ງທະບຽນສະມາຊິກຈະກຳນົດ ດັ່ງນີ້:
- ຖ້າທຶນຈົດທະບຽນແຕ່ 50,000,000 ກີບ ເຖີງ 200,000,000 ກີບ ຕ້ອງຈ່າຍຄ່າບຳລຸງ 300,000 ກີບ (ສາມແສນກີບ) ຕໍ່ປີ.
- ຖ້າທຶນຈົດທະບຽນແຕ່ 200,000,001 ກີບ ເຖີງ 400,000,000 ກີບ ຕ້ອງຈ່າຍຄ່າບຳລຸງ 500,000 ກີບ (ຫ້າແສນກີບ) ຕໍ່ປີ
- ຖ້າທຶນຈົດທະບຽນແຕ່ 400,000,000 ກີບ ເຖິງ 1,000,000,000 ກີບ ຕ້ອງຈ່າຍຄ່າບຳລຸງ 800,000 ກີບ (ແປດແສນກີບ) ຕໍ່ປີ
- ຖ້າທຶນຈົດທະບຽນແຕ່ 1,000,000,001 ກີບ ຂຶ້ນໄປ ຕ້ອງຈ່າຍຄ່າບຳລຸງ 1,000,000 ກີບ (ໜຶ່ງລ້ານກີບ) ຕໍ່ປີ
- ກໍລະນີຕໍ່າກວ່າ 50,000,000 ກີບ ແມ່ນໃຫ້ເກັບແຕ່ຄ່າທຳນຽມບໍ່ໃຫ້ເກັບຄ່າບຳລຸງຕໍ່ປີ.
- ກໍລະນີບຸກຄົນທີ່ປະກອບການຫຼາຍທຸລະກິ ແມ່ນໃຫ້ທຶນ ຈົດທະບຽນ ບວກກັນ ແລ້ວເກັບຕາມທຶນຕົວຈິງ
- ເງິນຄ່າທຳນຽມ ແລະ ຄ່າບຳລຸງຈາກສະມາຊິກທີ່ສັງກັດຢູ່ໃນກຸ່ມ ຫຼື ສະມາຄົມທຸລະກິດ, ແມ່ນມອບໃຫ້ ປະທານສະມາຄົມເປັນຜູ້ເກັບ ແລ້ວຕ້ອງແບ່ງໃຫ້ ສະພາການຄ້າ ແລະ ອຸດສາຫະກໍານະຄອນຫຼວງ ວຽງຈັນ 30% ບໍ່ໃຫ້ເກັບຊໍ້າອີກ.
* ຄັດຈາກ: ໜັງສືພິມ ເສດຖະກິດ-ສັງຄົມ, ວັນທີ 9 ພຶດສະພາ 2016