ສະມາຊິກຂອງສາພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ມີ 2 ປະເພດ:
- ສະມາຊິກສາມັນ
ບຸກຄົນທີ່ເປັນນັກທຸລະກິດ ແລະ ຕົວແທນຈໍາຫນ່າຍ ນິຕິບຸກຄົນທີ່ເປັນພົນລະ ເມືອງລາວ ແລະ ທຸລະກິດທີ່ເຊົ່າກິດຈະການສາໍປະທານທີ່ດິນຈາກນະຄອນຫລວງວຽງຈັນ ໄດ້ຂຶ້ນທະບຽນທຸລະກິດຖືກຕ້ອງຕາມກົດຫມາຍ ວິສາຫະກິດ ນັບແຕ່ ທຶນຈົດທະບຽນ 50,000,000 ກີບ (ຫ້າສິບລ້ານກີບ) ຂຶ້ນໄປຕ້ອງ ໄດ້ສະມັກເຂົ້າເປັນສະມາຊິກ ຂອງສະພາການຄ້າ ແລະ ອຸດສາຫະກ ໍາ ນະຄອນຫຼວງວຽງຈັນ, ສ່ວນນັກທຸລະກິດ ແລະ ນິຕິບຸກຄົນທີ່ມີທຶນຈົດທະ ບຽນ ຫນ້ອຍກວ່າ 50,000,000 ກີບ ( ຫ້າສິບລ້ານກີບ ) ລົງມາກໍ່ມີສິດທີ່ຈະ ສະຫມັກເຂົ້າເປັນສະມາຊິກ ຂອງ ສະພາການຄ້າ ແລະ ອຸດສາຫະກ ໍາ ນະຄອນຫຼວງວຽງຈັນໄດ້, ແຕ່ດ້ວຍຄວາມສະຫມັກໃຈ. - ສະມາຊິກສົມທົບ
ສະມາຊິກສົມທົບ ແມ່ນບັນດາທຸລະກິດຕ່າງດ້າວ ແລະ ຕ່າງປະເທດທີ່ເປັນຕົວແທນຕາງຫນ້າ ໃຫ້ແກ່ຫົວຫນ່ວຍທຸລະກິດ, ສະມາຄົມ ຫຼື ທຸລະກິດທີ່ໄດ້ ຮັບການສ້າງຕັ້ງຂຶ້ນ ຢ່າງຖືກຕ້ອງຕາມລະບຽບກົດຫມາຍ ທີ່ກ່ຽວຂ້ອງມີຄວາມເຫັນ ດີເຫັນພ້ອມກໍານົດລະບຽບ ຂອງ ສະພາການຄ້າ ແລະ ອຸດ ສາຫະກາໍ ນະຄອນຫຼວງວຽງຈັນ, ມີການປະກອບສ່ວນສົມທົບການຊ່ວຍເຫຼືອດ້ານແນວຄິດ ແລະ ວັດຖຸປັດໃຈຕ່າງໆໃຫ້ແກ່ສະພາ ການຄ້າ ແລະ ອຸດສາຫະກາໍ ນະຄອນຫຼວງວຽງຈັນ.