ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມທາງພາກໃຕ້ຂອງລາວ ທິມງານບໍລິສັດ ສາມເອັສພັດທະນາ ຈຳກັດ ໄດ້ເຮັດເຂົ້າກ່ອງ ມື້ລະ 1.000 ຊຸດເພື່ອແຈກຢາຍໃຫ້ກັບປະຊາຊົນທີ່ປະສົບໄພໃນແຂວງຈຳປາສັກ ມູນຄ່າປະມານ 23 ລ້ານກີບ
ທ່ານ ພອນປະເສີດ ອິນທະສອນ ປະທານບໍລິສັດ ສາມເອັສພັດທະນາ ຈຳກັດ ທັງເປັນຄະນະປະຈໍາສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງ
ກ່າວວ່າ: “ ບ້ານເກີດເມືອງນອນຂ້າພະເຈົ້າ ຖືກໄພທຳມະຊາດໜັກສຸດໃນຮອບ 41 ປີ ຂ້າພະເຈົ້າແລະທິມງານ ຂໍເປັນກຳລັງໃຈໃຫ້ຊາວນະຄອນປາກເຊແລະແຂວງອຶ່ນໆທີ່ຖຶກນຳຖ້ວມຈົງອົດທົນແລະຜ່ານຜ່າຄວາມທຸກນີ້ໃຫ້ໄດ້ພວກເຮົາບໍ່ຖິ້ມກັນ”
ການຊ່ວຍເຫຼືອຄັ້ງນີ້ ເປັນການບັນເທົາທຸກໃນໄລຍະສັ້ນເທົ່ານັ້ນ ຫຼັງຈາກນ້ຳລົງທາງບໍລິສັດ ດັ່ງກ່າວ ກໍຈະໄດ້ຊ່ວຍເຫຼືອເພີ່ມຕື່ມ ຕາມທ່າແຮງຂອງຕົນ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງຂອງຜົນກະທົບ
ນະຄອນປາກເຊ ຖືກຜົນກະທົບໜັກຈາກນ້ຳຖ້ວນເມື່ອປີ 1978 ແລະ ມາປີນີ້ກໍເປັນໄລຍະຄົບຮອບ 41 ປີ ທີ່ຖືກໄພທຳມະຊາດຮ້າຍແຮງເປັນຄັ້ງທີ 2