ສະມາຊິກສາມັນ ມີສິດ ແລະ ພັນທະ ດັ່ງນີ້:
- ມີສິດສະເຫນີຄວາມຄິດເຫັນຕໍ່ຄະນະບໍລິຫານງານ, ຄະນະປະຈໍາກ່ຽວກັບບັນຫາຕ່າງໆ ທີ່ພົວພັນກັບ ສະພາການຄ້າ ແລະ ອຸດສາຫະກາໍ ນະຄອນຫຼວງວຽງຈັນ, ເພື່ອກວດກາເອກະສານ ແລະ ບັນຊີຊັບສິນ ຂອງ ສະພາ ການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງຈັນ ໃນແຕ່ລະໄລຍະ.
- ມີສິດ ເຂົ້າຮ່ວມກອງປະຊຸມໃຫ່ຍ, ກອງປະຊຸມປະຈ ໍາປີ, ມີສິດເລືອກຕັ້ງ ຫຼື ສະມັກຮັບເລືອກຕັ້ງ ເຂົ້າເປັນຄະນະບໍລິຫານງານ, ຄະນະປະຈໍາມີສິດລົງຄະແນນສຽງຕົກລົງບັນຫາສໍາຄັນຂອງ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ໃນແຕ່ລະຄັ້ງ, ຖ້າສະມາຊິກສາມັນຫາກຫຼາຍກວ່າເຄິ່ງຫນຶ່ງຂອງຈໍານວນທັງຫມົດມີສິດຮຽກຮ້ອງໃຫ້ ຄະນະບໍລິຫານງານຈັດກອງ ປະຊຸມໃຫຍ່ວິສາມັນຂຶ້ນ.
- ມີສິດໄດ້ຮັບການບໍລິການດ້ານຕ່າງໆ ໄດຮັບຂໍ້ມູນຂ່າວສານກ່ຽວກັບທຸລະກິດ, ການລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ຮັບການປຶກສາ, ໄດ້ຮັບການໄກ່ເກ່ຍຂໍ້ຂັດແຍ່ງ ທາງດ້ານທຸລະກິດ, ແຮງງານ ແລະ ໄດ້ຮັບການປົກປ້ອງສິດຜົນປະໂຫຍດອັນຊອບທໍາຈາກ ສະພາການຄ້າອຸດສາຫະກໍາ ນະຄອນຫຼວງວຽງຈັນ ຢ່າງສະເຫມີພາບກັນ.
- ມີພັນທະເຄົາລົບກົດລະບຽບ ຂອງ ສະພາການຄ້າ ແລະ ອຸດສາຫະກໍານະຄອນຫຼວງວຽງຈັນ ຢາງເຂັ້ມງວດ, ຈາຍເງິນບຳລຸງຂອງການເປັນສະມາຊິກ, ຝຶກຝົນ ແລະ ປະພຶດຕົນໃຫ້ສົມກັບເປັນສະມາຊິກ ຂອງ ສະພາການຄ້າ ແລະ ອຸດສາຫະກໍານະຄອນຫຼວງວຽງຈັນ ແລະ ປະຕິບັດຕາມລະບຽບກົດຫມາຍຂອງລັດ.
- ສະຫນັບສະຫນູນໃຫ້ຄວາມຮ່ວມມື ແລະ ເຂົ້າຮ່ວມຂະບວນການເຄື່ອນໄຫວກໍ່ຄືກິດຈະກໍາຕ່າງໆ ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງຈັນ ຈັດຂຶ້ນ, ເຂົ້າຮ່ວມງານ ວາງສະແດງສິນຄ້າ, ງານຕະຫຼາດນັດງານພົບປະນັກທຸລະກິດທີ່ຈັດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ.
- ໂຄສະນາເຜີຍແຜ່ກຽດຕິຄຸນ, ຊື່ສຽງ, ພາລະບົດບາດ, ຄຸນງາມຄວາມດີ ຂອງສະພາການຄ້າ ແລະ ອຸດສາຫະກໍາ ນະຄອນວຽງຈັນ ໃຫ້ຮູ້ຈັກຢາງກວາງ ຂວາງທົ່ວສັງຄົມ.
- ມີສິດ ແລະ ພັນທະອື່ນໆ ທີ່ກໍານົດຢູ່ໃນກົດລະບຽບ ຂອງ ສະພາການຄ້າ ແລະ ອຸດສາຫະກາໍ ນະຄອນຫຼວງວຽງຈັນ ແລະ ລະບຽບກົດຫມາຍຂອງລັດວາງອອກ.
- ສິດ ແລະ ພັນທະຂອງສະມາຊິກສົມທົບ ແມ່ນຄືກັນກັບສິດ ແລະ ພັນທະຂອງ ສະມາຊິກສາມັນ ຕາມທີ່ກໍານົດໄວ້ຢູ່ໃນມາດຕາ 17 ຂອງກົດ ລະບຽບສະບັບນີ້, ຍົກເວັ້ນສິດເລືອກຕັ້ງ, ສະຫມັກຮັບເລືອກຕັ້ງເຂົ້າໃນຕໍາແໜ່ງ ຄະນະບໍລິຫານງານ, ຄະນະປະຈໍາ, ຄະນະກວດກາ, ເລຂາທິການ ແລະ ສິດລົງຄະແນນສຽງຕົກລົງບັນຫາຕ່າງໆທີ່ສໍາຄັນ ຂອງ ສະພາການຄ້າ ອຸດສາຫະກ ໍາ ນະຄອນ ຫຼວງວຽງຈັນ