ໃນຕອນບ່າຍ: ວັນທີ 9/11/2017 ເວລາ: 13:30-15:00 ໂມງ ທີ່ຫ້ອງປະຊຸມຊັ້ນ 1 ຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມຂັ້ນຄະນະກຳມະການ ໂດຍການເປັນປະທານກອງປະຊຸມແມ່ນ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ, ພ້ອມດ້ວຍຄະນະກຳມະການ ຈາກ 23 ພະແນກການທີ່ກ່ຽວຂ້ອງ, ປກສ, ປກຊ ແລະ ບັນດາເຈົ້າເມືອງ 9 ຕົວເມືອງ ເຂົ້າຮ່ວມຢ່າງຕັ້ງໜ້າ.
ທ່ານປະທານ ໄດ້ກ່າວເປີດ ແລະ ຄວາມເປັນມາຂອງການຈັດກອງປະຊຸມທີ່ຜ່ານມາ ພ້ອມດ້ວຍຂໍ້ຕົກລົງ ແຕ່ງຕັ້ງ ຄະນະກຳມະການ ໃຫ້ຮັບຊາບ ພ້ອມກັນຈັດຕັ້ງປະຕິບັດຕາມສິດ ແລະ ໜ້າທີ່ ມອບໝາຍ, ນອກນັ້ນ ໄດ້ສະເໜີໃຫ້ກອງເລຂາກ່າວລາຍງານຜົນການກະກຽມເນື້ອໃນ ແລະ ຂັ້ນຕອນຕ່າງໆ ໃຫ້ທີ່ປະຊຸມຮັບຮູ້ ໂດຍ ທ່ານ ທອງຄູນ, ປະກອບເສີມເນື້ອໃນແມ່ນ ທ່ານ ຄຳປະດິດ ເຂັມມານິດ ໃນເນື້ອໃນກະກຽມທີ່ໄດ້ຖອດຖອນ ຈາກການຈັດທັງ 4 ຄັ້ງ ທີ່ຜ່ານມາ ເຊັ່ນ: ການຈັດຢູ່ນະຄອນຫຼວງພະນົມເປັນ ແມ່ນມີຄວາມຍິ່ງໃຫຍ່ ອະລັງການ, ມີງົບປະມານຫລາຍ ພ້ອມທັງຄະນະຮັບຜິດຊອບ ແມ່ນອາໃສບັນດາພາກລັດເປັນຫລັກ, ສ່ວນ ນັກສຶກສາ ແມ່ນຈຳນວນໜຶ່ງເທົ່ານັ້ນ ແລະ ສະເໜີແຕ່ລະພາກສ່ວນປະກອບຄຳເຫັນ ດັ່ງນີ້:
1. ທ່ານ ພົຈວ ຈາກ ປກສ.ນວ ສະເໜີໃຫ້ກອງເລຂາ ຫຼື ຄະນະຮັບຜິດຊອບພິທີການ ໃຫ້ມີການກຳນົດສະຖານ ທີ່ພັກ, ກອງປະຊຸມ ແລະ ບ່ອນທ່ຽວ, ເວລາທີ່ຊັດເຈນ ເພາະກຳລັງ ປກສ ແມ່ນມີຄວາມພ້ອມປະກອບສ່ວນ ຢ່າງຕັ້ງໜ້າ ແລະ ໃຫ້ມີຄວາມປອດໄພຂອງຄະນະຜູ້ແທນຕ່າງໆ,
2. ທ່ານ ດວງຕາ ພະແນກທ່ອງທ່ຽວຕ່າງປະເທດ: ສະເໜີຍັງມີບັນດາເອກະສານ, ວາງແຜນການເຄື່ອນໄຫວ ຂອງຄະນະກຳມະການ, ອະນຸກຳມະການ ໃຫ້ລະອຽດຕື່ມ ວ່າດ້ວຍແຜນວຽກ ແລະ ການກວດກາ.
3. ທ່ານ ຈາກກົມໂຄສະນາ: ຖະແຫຼງການການຮ່ວມ ຫຼື ຄວນໃສ່ເປັນ ຖະແຫຼງນະຄອນຫຼວງວຽງຈັນ ເພື່ອໃຫ້ ເປັນການລິເລີ່ມ, ຈັດໃນຊ່ວງບຸນທາດຫຼວງວຽງຈັນ ຈຸດດີ: ໄດ້ຮ່ວມແຮ່ປະສາດເຜິ້ງ, ຕັກບາດ ທີ່ເປັນບຸນ ປະເພນີ ລະດັບຊາດ ອອກສູ່ສາຍຕາແຂກຕ່າງໆ ທັງລາວເຮົາໄດ້ຮັບການຍ້ອງຍໍເປັນປະເທດທີ່ມີບຸນປະເພນີ ດີເດັ່ນ ໃນປີ 2016-17 ຈາກບັນດາປະເທດອ້ອມຂ້າງອີກດ້ວຍ, ສ່ວນທາງດ້ານເນື້ອໃນຕ້ອງດີ, ຮັດກຸມ ມີປະ ໂຫຍດ ແລະ ງົບປະມານ ໃຫ້ເໝາະສົມ. ແລະ ຄິດວ່າບັນດາຜູ້ແທນຈາກນະຄອນຕ່າງໆ ທີ່ຈະເຂົ້າມາຮ່ວມ ປະມານ 6-7ຄົນ/ນະຄອນ ບໍ່ເກີນ 10 ທ່ານ.