ເມື່ອວັນທີ 22 ກັນຍາຜ່ານມາທີ່ໂຮງແຮມເມີຄິວ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອເປັນ ເອກະພາບ ດ້ານຂໍ້ມູນການວາງແຜນຄອບຄົວ ພາຍໃຕ້ການເປັນປະທານຂອງທ່ານ ພູທອນ ເມືອງປາກຮອງ ລັດຖະມົນຕີກະຊວງສາທາລະນະ ສຸກ, ທ່ານ ນາງ ເຟຣີ ເດີຣິກາ ເມເຈີ ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນ ສຳລັບປະຊາກອນ (UNFPA) ປະຈໍາ ສປປ ລາວມີ ບັນດາຫົວໜ້າພະແນກສາທາລະ ນະສຸກແຂວງ ແລະວິຊາການ ແມ່ ແລະເດັກ ຈາກ 17 ແຂວງ ແລະ ວິຊາການ ທີ່ກ່ຽວຂ້ອງ ກະຊວງດັ່ງກ່າວ ພ້ອມດວຍຄູ່ຮ່ວມພັດທະນາ ທີ່ສະໜັບ ສະໜູນໂຄງການວາງ ແຜນຄອບຄົວເຂົ້າຮ່ວມ.
ທ່ານ ດຣ. ພູທອນ ເມືອງປາກ ໄດ້ກ່າວວ່າຢູ່ ສປປ ລາວ ໂດຍລວມ ແມ່ຍິງ 20% ທີ່ຕ້ອງການເລື່ອນ ຫຼື ຢຸດມີລູກ ແຕ່ເຂົາເຈົ້າບໍ່ສາມາດ ນໍາໃຊ້ວິທີການຄຸມກຳເນີດແຕ່ຢ່າງໃດເລີຍ, ຄວາມຕ້ອງການທີ່ບໍ່ໄດ້ຮັບການຕອບຮັບ ດັ່ງກ່າວນີ້ ແມ່ນມີສູງ ໂດຍສະເພາະໄວໝຸ່ມ ແມ່ຍິງທີ່ບໍ່ມີການສຶກສາ ແລະແມ່ຍິງທີ່ທຸກຍາກທີ່ສຸດ ດັ່ງນັ້ນ ລັດຖະບານ ສປປ ລາວ ຈິ່ງໄດ້ເພີ່ມທະວີຄວາມພະຍາຍາມປັບປຸງສຸ ຂະພາບຂອງແມ່ໃຫ້ດີຂຶ້ນ ໂດຍຜ່ານການວາງແຜນຄອບຄົວດ້ວຍການ ໃຫ້ຄໍາຢຶດໝັ້ນຕໍ່ໂຄງການວາງແຜນຄອບສາກົນປີ 2020 ເພື່ອປັບການເຂົ້າເຖິງຂໍ້ມູນ ແລະການບໍລິການວາງແຜນ ຄອບຄົວໃຫ້ແກ່ແມ່ຍິງ ແລະໄວໜຸ່ມຍິງດ້ວຍຄວາມສະໝັກໃຈຍ້ອນແນວນັ້ນ ກົມອະນາໄມ ແລະສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໂດຍການສະໜັບສະໜູນຈາກອົງການສະຫະປະຊາຊາດກອງທຶນ ສຳລັບປະຊາກອນ ໄດ້ຮ່ວມກັນຈັດກອງປະຊຸມຕິດຕາມ ແລະປະເມີນຜົນປະຊຸມປືກສາຫາລືເພື່ອເປັນເອກະພາບດ້ານຂໍ້ມູນ ການວາງ ແຜນຄອບຄົວ.
ຈຸດປະສົງຂອງກອງປະຊຸມນີ້ ເພື່ອສ້າງຄວາມສາມາດຂອງພະນັກງານສາທາລະນະສຸກໃນຂັ້ນສູນກາງກ່ຽວກັບ ການຕິດຕາມຄວາມຄືບໜ້າ ຂອງໂຄງການວາງແຜນຄອບຄົວ ແລະສ້າງຄວາມ ເປັນເອກະພາບດ້ານຂໍ້ມູນການວາງແຜນ ຄອບຄົວປີ 2016 ເພື່ອນໍາເອົາໄປປ້ອນເຂົ້າໃນຕົວຊີ້ວັດ ແລະນໍາໃຊ້ເຂົ້າໃນບົດລາຍງານປະຈໍາປີ ແລະມີຄວາມສຳຄັນ ຫຼາຍ ທີ່ພະນັກງານສາທາລະນະສຸກຈະໄດ້ຮຽນຮູ້ໃນການນໍາໃຊ້ເຄື່ອງມື ມີຄວາມເຂົ້າໃຈກ່ຽວກັບການວາງແຜນ ຄອບຄົວ ແລະນໍາໃຊ້ຜົນໄດ້ຮັບໃນການວາງແຜນມາປະເມີນສິດທິພາບຄືນໃໝ່ ເພື່ອຮັບປະກັນບັນລຸເປົ້າໝາຍ ຄໍາຍຶດ ໜັ້ນ ຂອງການວາງແຜນຄອບຄົວປີ 2020.
ນອກນີ້ທ່ານ ນາງ ເຟຣີເດີຣິກາ ເມເຈີ ຍັງກ່າວຕື່ມວ່າ: ຄວາມເຂົ້າໃຈ ແລະການຕີຄວາມໝາຍຂອງຂໍ້ມູນ ການວາງແຜນຄອບຕົວເປັນສິ່ງສໍາຄັນທີ່ຈະອອກແບການແຊກແຊງ ທີ່ສະໜອງເຂົ້າເຖິງການບໍລິການວາງແຜນ.