ເບີໂທລະສັບ: +856-21 419 020
info@vccci.gov.la
VCCCIVCCCIVCCCIVCCCI
  • ໜ້າທຳອິດ
  • ກ່ຽວກັບເຮົາ
    • ກ່ຽວກັບ ສຄອ.ນວ
    • ປະຫວັດຄວາມເປັນມາ
    • ຄະນະບໍລິຫານ
    • ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ
    • ໂຄງຮ່າງການຈັດຕັ້ງ
    • ນິຕິກຳ ແລະ ກົດໝາຍ
    • ຕິດຕໍ່
  • ສະມາຊິກ
    • ສະມາຊິກ
    • ສິດທິຜົນປະໂຫຍດ
    • ການສະໝັກສະມາຊິກ
  • ໂຄງການ
    • ໂຄງການສົ່ງເສີມ SME
    • ໂຄງການຝຶກອົບຮົມ
  • ກິດຈະກໍາ
    • ງານພົບປະທຸລະກິດ ແລະ ຜູ້ປະກອບການປະຈຳປີ 2019
    • ງານວາງສະແດງຕ່າງໆ
    • ກອງປະຊຸມປະຈຳປີ
  • ຂ່າວສານ
    • ຂ່າວຂອງ ສຄອ.ນວ
    • ຂ່າວຂອງ ສະມາຊິກ ສຄອ.ນວ
    • ຂ່າວທົ່ວໄປ
  • ວິໄຈ
    • ການວິໃຈດ້ານການຕະຫຼາດ
    • ການວິໃຈດ້ານເສດຖະກິດ
    • ການວິໃຈດ້ານການລົງທຶນ
    • ການວິໃຈສະເພາະດ້ານອື່ນໆ
  • ຜູ້ສະໜັບສະໜູນ

ເກັບອາກອນມູນຄ່າເພີ່ມ 10% ຈະເລີ່ມຈັດຕັ້ງປະຕິບັດ

By Admin | ຂ່າວຂອງ ສຄອ ນວ | Comments are Closed | 1 September, 2018 | 0

ກະແສການຈັດເກັບອາກອນ ມູນຄ່າເພີ່ມ ສຳລັບເຄື່ອງຂອງຕິດຕົວຜູ້ ໂດຍສານໃນອັດຕາ 10% ຂອງມູນຄ່າ ເຄື່ອງ ຂອງທີ່ອ້າງອີງແຫຼ່ງທີ່ມາຈາກກະຊວງການເງິນໃນໂລກອອນລາຍເມື່ອບໍ່ດົນມານີ້ໄດ້ ສ້າງຄວາມສົນໃຈພໍສົມຄວນ ແກ່ປະຊາຊົນ, ຫຼ້າສຸດໄດ້ມີຂໍ້ກຳນົດສະ ບັບແທ້ອອກມາເຜີຍແຜ່ຢ່າງເປັນທາງ ການ ແລະ ຈະເລີ່ມປະຕິບັດໃນອີກ ບໍ່ຊ້ານີ້.

ຂໍ້ກຳນົດວ່າດ້ວຍການຈັດເກັບອາ ກອນ ມູນຄ່າເພີ່ມສຳລັບເຄື່ອງຂອງຕິດ ຕົວຜູ້ໂດຍສານໃນອັດຕາ 10% ຂອງ ມູນຄ່າເຄື່ອງຂອງກ່ອນນຳເຜີຍແຜ່ສູ່ສື່ ທາງການໄດ້ປາກົດຕົວໃນເຟຊບຸກກ່ອນ ເຫັນວ່າສັງຄົມໃຫ້ຄວາມສົນໃຈ ພໍສົມ ຄວນ ແລະຕ່າງກໍອອກມາປະກອບຄຳ ຄິດຄຳເຫັນກັນດ້ວຍຫຼາຍມູມມອງ ໂດຍ ສະເພາະ ການຝາກຄວາມ ເປັນຫ່ວງ ເປັນໃຍຕໍ່ລັດຖະບານ ເຊັ່ນ: ການຄວບຄຸມ ພວກສວຍໃຊ້ໂອກາດ ເພື່ອຜົນປະໂຫຍດ ສ່ວນຕົວຫຼາຍກວ່າສ່ວນລວມ, ພ້ອມນັ້ນ ກໍມີບາງຈຳນວນເຫັນດີໃຫ້ປະຕິບັດເພື່ອຊ່ວຍເຫຼືອຜູ້ປະກອບການນຳເຂົ້າສົ່ງ ອອກຂອງລາວ ທີ່ເຄື່ອນໄຫວ ທຸລະກິດ ແລະໄດ້ມອບພັນທະໃຫ້ລັດຖືກລະບຽບ ກົດໝາຍ ແລະທີ່ສຳຄັນຍັງຊ່ວຍຫຼຸດຜ່ອນ ການຮົ່ວໄຫຼຂອງເງິນຕາ ອອກນອກປະ ເທດອີກດ້ວຍ.

ຂໍ້ກຳນົດຂອງກະຊວງການເງິນ ວ່າດ້ວຍ ການຈັດເກັບອາກອນມູນຄ່າເພີ່ມ ສຳລັບເຄື່ອງຂອງຕິດຕົວຜູ້ ໂດຍສານໃນ ອັດຕາ 10% ຂອງ ມູນຄ່າ ເຄື່ອງຂອງ ອອກໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ສະບັບເລກທີ 2834/ກງ, ລົງວັນທີ 30 ສິງຫາ 2016 ໂດຍໄດ້ລະບຸແຈ້ງໃຫ້ລັດຖະການພາສີຄຸ້ມ ຄອງຈັດເກັບອາກອນມູນຄ່າເພີ່ມສຳລັບ ການນຳເຂົ້າເຄື່ອງຂອງຕິດຕົວຜູ້ໂດຍ ສານທີ່ເປັນພົນລະເມືອງລາວ, ຄົນຕ່າງ ດ້າວ, ຄົນຕ່າງປະເທດທີ່ດຳລົງຊີວິດຢູ່ ສປປ ລາວ ຊຶ່ງໄດ້ເດີນທາງເຂົ້າລາວ ຜ່ານດ່ານພາສີຊາຍແດນ ລວມທັງດ່ານ ສະໜາມບິນສາກົນ ໃນອັດຕາ 10% ຂອງ ມູນຄ່າເຄື່ອງຂອງ, ຊຶ່ງຜູ້ໂດຍສານທັງ ພາຍໃນ ແລະຕ່າງປະເທດທີ່ ຈະເດີນ ທາງ ເຂົ້າມາລາວຕ້ອງໄດ້ແຈ້ງເສຍອາກອນ ມູນຄ່າເພີ່ມຕາມອັດຕາທີ່ໄດ້ກຳນົດໄວ້.

ໃນແຈ້ງການລະບຸວ່າ: ຜູ້ໂດຍສານ ທີ່ເດີນທາງຜ່ານດ່ານພາສີຊາຍແດນ ເປັນບາງຄັ້ງຄາວ ຫຼື ບໍ່ມີລັກສະນະປະຈຳ ຊຶ່ງໄດ້ຊື້ເຄື່ອງຂອງມາຊົມໃຊ້ ແລະນຳ ເຂົ້າເຄື່ອງຂອງທີ່ບໍ່ມີລັກສະນະການຄ້າ ຫຼື ຈຸດ ປະສົງທາງການຄ້າ, ມີມູນຄ່າບໍ່ສູງ ແລະເປັນເຄື່ອງຂອງທີ່ຮັບໃຊ້ໃນການ ດຳລົງຊີວິດປະຈຳວັນແມ່ນໄດ້ຮັບການ ຍົກເວັ້ນໃນມູນຄ່າບໍ່ເກີນ 50 ໂດລາ, ສ່ວນມູນຄ່າທີ່ເກີນຕ້ອງໄດ້ແຈ້ງເສຍອາກອນມູນຄ່າເພີ່ມ, ສະເພາະຜູ້ໂດຍສານ ທີ່ເດີນທາງເຂົ້າ ສປປ ລາວ ເປັນລັກສະ ນະປະຈຳຜ່ານດ່ານພາສີຊາຍແດນລວມ ທັງດ່ານສະໜາມບິນສາກົນ ແມ່ນບໍ່ໄດ້ ຮັບການຍົກເວັ້ນເຄື່ອງຂອງຕິດຕົວຜູ້ ໂດຍສານໃນມູນຄ່າ 50 ໂດລາ ແລະຈະ ຖືກຄິດໄລ່ເກັບອາກອນມູນຄ່າເພີ່ມ ຕາມມູນຄ່າຕົວຈິງທີ່ມີການນຳໃຊ້.

ສຳລັບ ພື້ນຖານການຄິດໄລ່ແມ່ນໃຫ້ ກຳນົດເອົາມູນຄ່າຊື້-ຂາຍເຄື່ອງຂອງຢູ່ ປະເທດຕົ້ນທາງທີ່ບໍ່ລວມອາກອນມູນ ຄ່າເພີ່ມ (VAT) ຊຶ່ງມີມູນຄ່າເກີນ 50 ໂດລາ ຫຼື ທຽບເທົ່າສະກຸນເງິນກີບ ຫຼື ສະກຸນເງິນອື່ນຕາມອັດຕາແລກປ່ຽນທະ ນາຄານຕໍ່ຄົນຕໍ່ຄັ້ງ, ວິທີຄິດໄລ່ອາກອນ ມູນຄ່າເພີ່ມແມ່ນໃຫ້ຖືເອົາມູນຄ່າເກີນຄູນ ກັບອັດຕາອາກອນມູນຄ່າເພີ່ມ 10%, ນອກນັ້ນ ການປະເມີນມູນຄ່າການນຳເຂົ້າເຄື່ອງຂອງຕິດຕົວຜູ້ໂດຍສານໃນກໍລະນີຜູ້ໂດຍສານມີໃບເກັບເງິນບໍ່ຄົບຖ້ວນ ຫຼື ໃບເກັບເງິນບໍ່ຊັດເຈນ ຫຼື ບໍ່ມີ ເຈົ້າໜ້າທີ່ພາສີ ມີສິດປະເມີນມູນຄ່າເຄື່ອງ ຂອງດັ່ງກ່າວໃຫ້ແທດເໝາະກັບຄວາມ ເປັນຈິງ ເພື່ອເປັນພື້ນຖານຄິດໄລ່ໃນການ ຈັດເກັບອາກອນມູນຄ່າເພີ່ມ.

ໂດຍຂໍ້ກຳນົດດັ່ງກ່າວ ແມ່ນມອບໃຫ້ ກົມພາສີກຳນົດບູລິມະສິດບັນດາດ່ານ ພາສີຊາຍແດນທີ່ມີເງື່ອນໄຂໃນການຈັດ ຕັ້ງປະຕິບັດ, ອອກຄຳແນະນຳທາງດ້ານ ວິຊາການລະອຽດກ່ຽວກັບຂັ້ນຕອນ, ວິທີການ, ກຳນົດແບບພິມໃບແຈ້ງ, ກົນ ໄກການມອບເງິນ ແລະເຜີຍແຜ່ແນະນຳ ໃຫ້ພະນັກງານ, ເຈົ້າໜ້າທີ່ພາສີ, ສ່ວນ ບຸກຄົນ ແລະນິຕິບຸກຄົນ ຫຼື ການຈັດ ຕັ້ງ ໃນສັງຄົມຮັບຊາບຢ່າງທົ່ວເຖິງ ແລະ ພ້ອມທັງມີການຄຸ້ມຄອງ, ຕິດຕາມ, ກວດກາ ແລະປະເມີນຜົນລາຍງານ ຕໍ່ກະຊວງການເງິນເປັນແຕ່ລະໄລຍະ ເພື່ອຈັດຕັ້ງປະຕິບັດຕາມຂໍ້ກຳນົດສະບັບນີ້ໃຫ້ໄດ້ຮັບຜົນສຳເລັດ.

ອີງຕາມຂໍ້ມູນຈາກໜັງສືພິມວຽງຈັນ ທາມ ສະບັບ ວັນທີ 19 ກັນຍາ 2016 ອ້າງອີງການໃຫ້ສຳພາດຂອງ ທ່ານ ບຸນ ປະເສີດ ສີກຸນລະບຸດ ຫົວໜ້າກົມອາກອນ ກະຊວງການເງິນໄດ້ລະບຸວ່າ: ຂໍ້ກຳນົດ ສະບັບນີ້ ມາຮອດປະຈຸບັນ ແມ່ນຍັງບໍ່ທັນ ໄດ້ນຳໃຊ້ເທື່ອ ແຕ່ຈະເລີ່ມນຳເຂົ້າສູ່ພາກ ປະຕິບັດຕົວຈິງຢ່າງເປັນທາງການນັບແຕ່ຕົ້ນເດືອນໜ້າ ເປັນຕົ້ນໄປ, ໂດຍມອບ ໃຫ້ກົມພາສີກຳນົດບຸລິມະສິດບັນດາດ່ານພາສີຊາຍແດນທີ່ມີເງື່ອນໄຂເພື່ອ ຈັດຕັ້ງປະຕິບັດ.

ອີງຕາມກົດໝາຍວ່າດ້ວຍອາກອນ ມູນຄ່າເພີ່ມ ສະບັບປີ 2014 ໃຫ້ຮູ້ວ່າ: ອາກອນມູນຄ່າເພີ່ມແມ່ນອາກອນ ທີ່ເກັບຈາກການຊົມໃຊ້ສິນຄ້າ ແລະບໍລິການ ຢູ່ພາຍໃນ ຊຶ່ງມີການເກັບ ແລະການມອບ ຢູ່ຫຼາຍຂອດແບບຕ່ອງໂສ້ ໂດຍແມ່ນຜູ້ ຊົມໃຊ້ສຸດທ້າຍເປັນຜູ້ຈ່າຍ, ທັງນີ້ ກໍເພື່ອ ເຮັດໃຫ້ການຈັດເກັບອາກອນມູນຄ່າເພີ່ມມີຄວາມສະດວກ, ກະທັດຮັດ, ງ່າຍດາຍ ແລະສ້າງເງື່ອນໄຂອຳນວຍຄວາມສະ ດວກໃຫ້ຜູ້ໂດຍສານທີ່ເດີນທາງເຂົ້າ ສປປ ລາວ ສາມາດ ນຳເອົາເຄື່ອງຕິດ ຕົວເພື່ອຊົມໃຊ້ຊີວິດປະຈຳວັນທີ່ບໍ່ມີລັກ ສະນະທາງການຄ້າຜ່ານພາສີຊາຍແດນ ໃຫ້ຖືກຕ້ອງ ແລະ ປະຕິບັດພັນທະຂອງ ຕົນຕໍ່ງົບປະມານແຫ່ງລັດຕາມກົດໝາຍ ແລະລະບຽບການກຳນົດ.

No tags.

ຂ່າວ ແລະ ກິດຈະກໍາ​ຫຼ້າ​ສຸດ

  • 26 February, 2020
    Comments Off on ຊຸດຝືກອົບຮົມຈັດໂດຍ AOTS Japan

    ຊຸດຝືກອົບຮົມຈັດໂດຍ AOTS Japan

  • 10 December, 2019
    Comments Off on ຈີນຈະສ້າງເຂດສາທິດດ້ານການກະເສດ ເພື່ອຟື້ນຟູກະສິກຳຊົນນະບົດໃຫ້ທັນສະໄໝ

    ຈີນຈະສ້າງເຂດສາທິດດ້ານການກະເສດ ເພື່ອຟື້ນຟູກະສິກຳຊົນນະບົດໃຫ້ທັນສະໄໝ

  • 31 October, 2019
    Comments Off on ເອດີບີ ສະໜອງ 140 ລ້ານໂດລາໃຫ້ລາວກູ້ ພັດທະນາຂະແໜງກະສິກຳ,ການສຶກສາ ແລະ ຄຸ້ມຄອງການເງິນພາກລັດ.

    ເອດີບີ ສະໜອງ 140 ລ້ານໂດລາໃຫ້ລາວກູ້ ພັດທະນາຂະແໜງກະສິກຳ,ການສຶກສາ ແລະ ຄຸ້ມຄອງການເງິນພາກລັດ.

  • 17 October, 2019
    Comments Off on ສຄອ,ນວ ເຂົ້າຮ່ວມງານຕະຫຼາດນັດພົບແຮງງານ 2019

    ສຄອ,ນວ ເຂົ້າຮ່ວມງານຕະຫຼາດນັດພົບແຮງງານ 2019

ກ່ຽວກັບເຮົາ

  • ປະຫວັດຄວາມເປັນມາ
  • ຄະນະບໍລິຫານ
  • ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ
  • ໂຄງຮ່າງການຈັດຕັ້ງ
  • ນິຕິກຳ ແລະ ກົດໝາຍ
  • ຕິດຕໍ່

ສະມາຊິກ

  • ສະມາຊິກ
  • ສິດທິຜົນປະໂຫຍດ
  • ການສະໝັກສະມາຊິກ

ການລົງທຶນ

  • ເຊື່ອມຕໍ່ເວັບໄຊ

ຕິດຕໍ່ພົວພັນ

  • ຫ້ອງການ ສຄອ.ນວ: ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ
  • ໂທລະສັບ: +856-21 419 020
  • ແຟັກ: +856-21 419 021
  • ອີເມວ: info@vccci.gov.la
  • ເວັບໄຊ: www.vccci.gov.la
ສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງຈັນ © 2018 | ອອກແບບ ແລະ ພັດທະນາ ໂດຍ: Exact Creative Marketing
  • ກອງປະຊຸມປະຈຳປີ
  • ການວິໃຈດ້ານການຕະຫຼາດ
  • ການວິໃຈດ້ານການລົງທຶນ
  • ການວິໃຈດ້ານເສດຖະກິດ
  • ການວິໃຈສະເພາະດ້ານອື່ນໆ
  • ການສະໝັກສະມາຊິກ
  • ກ່ຽວກັບ ສຄອ.ນວ
  • ຂອບເຂດສິດ
  • ຂ່າວຂອງ ສຄອ.ນວ
  • ຂ່າວຂອງ ສະມາຊິກ ສຄອ.ນວ
  • ຂ່າວທົ່ວໄປ
  • ຄະນະບໍລິຫານ
  • ງານພົບປະທຸລະກິດ ແລະ ຜູ້ປະກອບການປະຈຳປີ 2019
  • ງານວາງສະແດງຕ່າງໆ
  • ດາວໂຫຼດເອກະສານ
  • ຕິດຕໍ່
  • ນະໂຍບາຍ
  • ນິຕິກຳ ແລະ ກົດໝາຍ
  • ປະຫວັດຄວາມເປັນມາ
  • ຜູ້ສະໜັບສະໜູນ
  • ພາລະບົດບາດ
  • ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ
  • ວາລະກອງປະຊຸມ
  • ສະມາຊິກ
  • ສະມາຊິກສາມັນ
  • ສະມາຊິກສົມທົບ
  • ສິດທິຜົນປະໂຫຍດ
  • ໜ້າທຳອິດ
  • ໜ້າທີ່
  • ເຊື່ອມຕໍ່ເວັບໄຊ
  • ໂຄງການຝຶກອົບຮົມ
  • ໂຄງການສົ່ງເສີມ SME
  • ໂຄງຮ່າງການຈັດຕັ້ງ
  • ໂອກາດ ແລະ ຂັ້ນຕອນການລົງທຶນ
VCCCI