ເບີໂທລະສັບ: +856-21 419 020
info@vccci.gov.la
VCCCIVCCCIVCCCIVCCCI
  • ໜ້າທຳອິດ
  • ກ່ຽວກັບເຮົາ
    • ກ່ຽວກັບ ສຄອ.ນວ
    • ປະຫວັດຄວາມເປັນມາ
    • ຄະນະບໍລິຫານ
    • ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ
    • ໂຄງຮ່າງການຈັດຕັ້ງ
    • ນິຕິກຳ ແລະ ກົດໝາຍ
    • ຕິດຕໍ່
  • ສະມາຊິກ
    • ສະມາຊິກ
    • ສິດທິຜົນປະໂຫຍດ
    • ການສະໝັກສະມາຊິກ
  • ໂຄງການ
    • ໂຄງການສົ່ງເສີມ SME
    • ໂຄງການຝຶກອົບຮົມ
  • ກິດຈະກໍາ
    • ງານພົບປະທຸລະກິດ ແລະ ຜູ້ປະກອບການປະຈຳປີ 2019
    • ງານວາງສະແດງຕ່າງໆ
    • ກອງປະຊຸມປະຈຳປີ
  • ຂ່າວສານ
    • ຂ່າວຂອງ ສຄອ.ນວ
    • ຂ່າວຂອງ ສະມາຊິກ ສຄອ.ນວ
    • ຂ່າວທົ່ວໄປ
  • ວິໄຈ
    • ການວິໃຈດ້ານການຕະຫຼາດ
    • ການວິໃຈດ້ານເສດຖະກິດ
    • ການວິໃຈດ້ານການລົງທຶນ
    • ການວິໃຈສະເພາະດ້ານອື່ນໆ
  • ຜູ້ສະໜັບສະໜູນ

ເພີ່ມຄວາມເຂົ້າໃຈດ້ານການບໍລິຫານຕົ້ນທຶນ

By Admin | ຂ່າວກ່ຽວກັບສະມາຊິກ | Comments are Closed | 1 September, 2018 | 0

ໃນວັນທີ 12 ທັນວາ 2017, ທີ່ສະພາການຄ້າ ແລະ ອຸດສາຫະກຳ (ສຄອ) ແຫ່ງຊາດລາວ

ໄດ້ຈັດຝຶກອົບຮົມໃນຫົວຂໍ້ “ການບໍລິຫານຕົ້ນທຶນການຂົນສົ່ງສິນຄ້າ” ໃຫ້ແກ່ພາກລັດ ແລະ ເອກະຊົນຂຶ້ນ, ພາຍໃຕ້ການຮ່ວມມືຂອງ 4 ພາກ ສ່ວນ, ໂດຍການເຂົ້າຮ່ວມຂອງ ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສຄອ ແຫ່ງຊາດລາວ, ທ່ານ ຊິນໂກະ ອີເກດະ ຫົວໜ້າຜູ້ຕາງໜ້າ AOTS, ທ່ານ ປຣະຈິດ ໄຊຍະວົງ ປະທານສະມາຄົມຜູ້ຈັດສົ່ງສິນຄ້າລະຫວ່າງປະເທດ ແລະ ທ່ານ ກ້ອງລິດ ຈັນທຣິກ ຜຸ້ອຳນວຍ ການບໍລິຫານສະພາຂົນສົ່ງ ແຫ່ງປະເທດໄທ, ພ້ອມດ້ວຍນັກວິທະຍາກອນ ແລະ ນັກສຳມະນາກອນເຂົ້າຮ່ວມ.

ທ່ານ ດາວອນ ພະຈັນທະວົງ ກ່າວວ່າ ວຽກງານດ້ານການຂົນສົ່ງສິນຄ້າ ແມ່ນປັດໄຈຫຼັກໃນການຊຸກຍູ້ ແລະ ປະກອບ ສ່ວນໃນການພັດທະນາ ເສດຖະກິດ ຂອງຊາດ ແລະ ຕິດພັນກັບພາກທຸລະກິດ ໂດຍກົງ, ດັ່ງນັ້ນ ສຄອ ແຫ່ງຊາດລາວ ໃນນາມອົງການຈັດຕັ້ງສູງສຸດຂອງພາກທຸລະກິດລາວ, ສະມາຄົມສົ່ງເສີມການຮ່ວມມືດ້ານວິຊາການແບບຍີນຍົງ ແຫ່ງ ປະເທດຍີ່ປຸ່ນ (AOTS) ປະຈຳບາງກອນ, ສະມາຄົມຜູ້ຈັດສົ່ງສິນຄ້າ ລະຫວ່າງປະເທດ (LIFFA) ແລະ ສະພາ ຂົນສົ່ງແຫ່ງປະເທດໄທ (NTCS) ຈຶ່ງໄດ້ຮ່ວມກັນຈັດສຳມະນາໃນຄັ້ງນີ້ຂຶ້ນ ແລະ ກໍນັບວ່າ ເປັນຄັ້ງທີ່ 3 ຂອງປີນີ້, ໂດຍສອງຄັ້ງທີ່ຜ່ານມາຜູ້ເຂົ້າຮ່ວມໄດ້ຮຽນ ຮູ້ໄປກ່ຽວກັບວຽກງານການຂົນສົ່ງໃນ ຂັ້ນພື້ນຖານເປັນຕົ້ນ ແມ່ນຄວາມ ຮັບຮູ້ທົ່ວໄປ ກ່ຽວກັບການຂົນສົ່ງພາຍໃນສາກົນ, ລະບຽບການ ແລະ ນິຕິກຳທີ່ຕິດພັນ ກັບການຂົນສົ່ງ, ການບໍລິຫານ ແລະ ການຈັດການ, ຕ່ອງໂສ້ການຜະລິດຕໍ່ກັບການຂົນສົ່ງ, ການຫຸ້ຫໍ່ວັດສະດຸ ແລະ ການຈັດວາງກ່ອນການຂົນສົ່ງ ອື່ນໆ ແລະ ຄັ້ງນີ້ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບການບໍລິຫານຕົ້ນທຶນ ການຂົນສົ່ງ ໂດຍຫົວຂໍ້ດັ່ງກ່າວແມ່ນມີຄວາມ ສຳຄັນ ແລະ ຈຳເປັນຫຼາຍຕໍ່ກັບການດຳເນີນທຸລະກິດ ຂອງບັນດາຜູ້ປະກອບການ, ທັງຈະເປັນປະໂຫຍດໃຫ້ບັນດາ ຜູ້ເຂົ້າຮ່ວມ ເພື່ອນຳໄປໃຊ້ໃນອົງກອນໃຫ້ເກີດປະໂຫຍດທີ່ສຸດ ແລະ ຫວັງຢ່າງຍິ່ງວ່າຜູ້ເຂົ້າຮ່ວມຈະຕັ້ງໜ້າ ໃນການ ຖອດຖອນບົດຮຽນ, ແລກປ່ຽນຮ່ວມກັນ.

ທ່ານ ປຣະຈິດ ໄຊຍະວົງ ກ່າວວ່າ: ການຈັດສຳມະນາຄັ້ງນີ້ ແມ່ນມີເນື້ອໃນສຳຄັນ ແລະ ມີບົດບາດສຳຄັນຫຼາຍຕໍ່ກັບ ວຽກງານບໍລິຫານຈັດການ ໂລຈິສຕິກ, ຊຶ່ງຈະໄດ້ຮຽນຮູ້ຢ່າງເລິກເຊິ່ງ ແລະ ນຳໄປຈັດຕັ້ງປະຕິບັດຕົວຈິງ, ເນື່ອງຈາກ ການບໍລິຫານຕົ້ນທຶນນີ້ ບໍ່ສະເພາະແຕ່ໂລຈິສຕິກ ເທົ່ານັ້ນແຕ່ຍັງກວດເອົາການຜະລິດ ແລະ ອື່ນໆ ທີ່ໃຊ້ຢູ່ໃນຊີວິດ ປະຈຳວັນໄດ້, ຊຶ່ງຜູ້ເຂົ້າຮ່ວມໃນເທື່ອນີ້ບາງທ່ານ ກໍເຄີຍໄດ້ຮຽນທິດສະດີ ແລະ ປະຕິບັດຕົວຈິງມາແລ້ວ ເພາະ ໂລຈິສຕິກແມ່ນຕິດພັນ ກັບວຽກຂົນສົ່ງຢູ່ແລ້ວ ແລະ ຄືທີ່ຮູ້ແລ້ວ ວ່າລາວບໍ່ມີຊາຍແດນຕິດກັບທະເລ, ດັ່ງນັ້ນ ການຂົນສົ່ງ ຈຶ່ງມີບັນຫາຫຼາຍທີ່ສຸດ ໂດຍສະເພາະຕົ້ນທຶນໃນການຂົນສົ່ງ, ຄວາມອາດສາມາດໃນການແຂ່ງຂັນຕ່ຳ, ສະນັ້ນ ເຊື່ອແນ່ວ່າໂຄງການນີ້ ຈະໄດ້ສືບຕໍ່ຢ່າງຕໍ່ເນື່ອງ ເພື່ອເຮັດແນວໃດໃຫ້ການສຳມະນານີ້ເກີດໄດ້ກັບທຸກພາກ ຂອງປະເທດ, ເຊື່ອມຕໍ່ກັບບັນດາມະຫາວິທະຍາໄລ ຕົ້ນຕໍ ແມ່ນວິສາວະກຳສາດ ຫຼື ໂລຈິສຕິກ ໂດຍສະເພາະ, ພ້ອມນັ້ນ ຍັງຕ້ອງສືບຕໍ່ສ້າງຄູຝຶກ ເພື່ອມາພັດທະນາບຸກຄະລາກອນພາຍໃນໃຫ້ມີຄວາມຫຼາກຫຼາຍ ແລະ ເລິກເຊິ່ງ, ທັງເຮັດໃຫ້ການຈັດຕັ້ງປະຕິບັດມີປະສິດທິຜົນຫຼາຍກວ່າເກົ່າ.

ການຈັດສຳມະນາໃນເທື່ອນີ້ ແມ່ນຈະໄດ້ດຳເນີນເປັນເວລາ 4 ວັນ (ວັນທີ 12-15 ທັນວ່າ 2017), ພ້ອມກັນນັ້ນ ຜູ້ເຂົ້າຮ່ວມ ຍັງຈະໄດ້ຮັບຟັງ ແລະ ແລກປ່ຽນບົດຮຽນກັບວິທະຍາກອນທີ່ຊ່ຽວຊານ, ມີຊື່ສຽງດ້ານວຽກງານ ການຂົນສົ່ງຈາກສະພາຂົນສົ່ງແຫ່ງປະເທດໄທ ແລະ ຈະໄດ້ລົງເລິກດ້ານການບໍລິຫານຕົ້ນທຶນຂອງບໍລິສັດ ທີ່ຕິດພັນ ໂດຍກົງ ກັບການຄິດໄລ່ຕົ້ນທຶນຈົນຮອດການຂົນສົ່ງສິນຄ້າ.

No tags.

ຂ່າວ ແລະ ກິດຈະກໍາ​ຫຼ້າ​ສຸດ

  • 26 February, 2020
    Comments Off on ຊຸດຝືກອົບຮົມຈັດໂດຍ AOTS Japan

    ຊຸດຝືກອົບຮົມຈັດໂດຍ AOTS Japan

  • 10 December, 2019
    Comments Off on ຈີນຈະສ້າງເຂດສາທິດດ້ານການກະເສດ ເພື່ອຟື້ນຟູກະສິກຳຊົນນະບົດໃຫ້ທັນສະໄໝ

    ຈີນຈະສ້າງເຂດສາທິດດ້ານການກະເສດ ເພື່ອຟື້ນຟູກະສິກຳຊົນນະບົດໃຫ້ທັນສະໄໝ

  • 31 October, 2019
    Comments Off on ເອດີບີ ສະໜອງ 140 ລ້ານໂດລາໃຫ້ລາວກູ້ ພັດທະນາຂະແໜງກະສິກຳ,ການສຶກສາ ແລະ ຄຸ້ມຄອງການເງິນພາກລັດ.

    ເອດີບີ ສະໜອງ 140 ລ້ານໂດລາໃຫ້ລາວກູ້ ພັດທະນາຂະແໜງກະສິກຳ,ການສຶກສາ ແລະ ຄຸ້ມຄອງການເງິນພາກລັດ.

  • 17 October, 2019
    Comments Off on ສຄອ,ນວ ເຂົ້າຮ່ວມງານຕະຫຼາດນັດພົບແຮງງານ 2019

    ສຄອ,ນວ ເຂົ້າຮ່ວມງານຕະຫຼາດນັດພົບແຮງງານ 2019

ກ່ຽວກັບເຮົາ

  • ປະຫວັດຄວາມເປັນມາ
  • ຄະນະບໍລິຫານ
  • ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ
  • ໂຄງຮ່າງການຈັດຕັ້ງ
  • ນິຕິກຳ ແລະ ກົດໝາຍ
  • ຕິດຕໍ່

ສະມາຊິກ

  • ສະມາຊິກ
  • ສິດທິຜົນປະໂຫຍດ
  • ການສະໝັກສະມາຊິກ

ການລົງທຶນ

  • ເຊື່ອມຕໍ່ເວັບໄຊ

ຕິດຕໍ່ພົວພັນ

  • ຫ້ອງການ ສຄອ.ນວ: ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ
  • ໂທລະສັບ: +856-21 419 020
  • ແຟັກ: +856-21 419 021
  • ອີເມວ: info@vccci.gov.la
  • ເວັບໄຊ: www.vccci.gov.la
ສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງຈັນ © 2018 | ອອກແບບ ແລະ ພັດທະນາ ໂດຍ: Exact Creative Marketing
  • ກອງປະຊຸມປະຈຳປີ
  • ການວິໃຈດ້ານການຕະຫຼາດ
  • ການວິໃຈດ້ານການລົງທຶນ
  • ການວິໃຈດ້ານເສດຖະກິດ
  • ການວິໃຈສະເພາະດ້ານອື່ນໆ
  • ການສະໝັກສະມາຊິກ
  • ກ່ຽວກັບ ສຄອ.ນວ
  • ຂອບເຂດສິດ
  • ຂ່າວຂອງ ສຄອ.ນວ
  • ຂ່າວຂອງ ສະມາຊິກ ສຄອ.ນວ
  • ຂ່າວທົ່ວໄປ
  • ຄະນະບໍລິຫານ
  • ງານພົບປະທຸລະກິດ ແລະ ຜູ້ປະກອບການປະຈຳປີ 2019
  • ງານວາງສະແດງຕ່າງໆ
  • ດາວໂຫຼດເອກະສານ
  • ຕິດຕໍ່
  • ນະໂຍບາຍ
  • ນິຕິກຳ ແລະ ກົດໝາຍ
  • ປະຫວັດຄວາມເປັນມາ
  • ຜູ້ສະໜັບສະໜູນ
  • ພາລະບົດບາດ
  • ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ
  • ວາລະກອງປະຊຸມ
  • ສະມາຊິກ
  • ສະມາຊິກສາມັນ
  • ສະມາຊິກສົມທົບ
  • ສິດທິຜົນປະໂຫຍດ
  • ໜ້າທຳອິດ
  • ໜ້າທີ່
  • ເຊື່ອມຕໍ່ເວັບໄຊ
  • ໂຄງການຝຶກອົບຮົມ
  • ໂຄງການສົ່ງເສີມ SME
  • ໂຄງຮ່າງການຈັດຕັ້ງ
  • ໂອກາດ ແລະ ຂັ້ນຕອນການລົງທຶນ
VCCCI