ເບີໂທລະສັບ: +856-21 419 020
info@vccci.gov.la
VCCCIVCCCIVCCCIVCCCI
  • ໜ້າທຳອິດ
  • ກ່ຽວກັບເຮົາ
    • ກ່ຽວກັບ ສຄອ.ນວ
    • ປະຫວັດຄວາມເປັນມາ
    • ຄະນະບໍລິຫານ
    • ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ
    • ໂຄງຮ່າງການຈັດຕັ້ງ
    • ນິຕິກຳ ແລະ ກົດໝາຍ
    • ຕິດຕໍ່
  • ສະມາຊິກ
    • ສະມາຊິກ
    • ສິດທິຜົນປະໂຫຍດ
    • ການສະໝັກສະມາຊິກ
  • ໂຄງການ
    • ໂຄງການສົ່ງເສີມ SME
    • ໂຄງການຝຶກອົບຮົມ
  • ກິດຈະກໍາ
    • ງານພົບປະທຸລະກິດ ແລະ ຜູ້ປະກອບການປະຈຳປີ 2019
    • ງານວາງສະແດງຕ່າງໆ
    • ກອງປະຊຸມປະຈຳປີ
  • ຂ່າວສານ
    • ຂ່າວຂອງ ສຄອ.ນວ
    • ຂ່າວຂອງ ສະມາຊິກ ສຄອ.ນວ
    • ຂ່າວທົ່ວໄປ
  • ວິໄຈ
    • ການວິໃຈດ້ານການຕະຫຼາດ
    • ການວິໃຈດ້ານເສດຖະກິດ
    • ການວິໃຈດ້ານການລົງທຶນ
    • ການວິໃຈສະເພາະດ້ານອື່ນໆ
  • ຜູ້ສະໜັບສະໜູນ

ໂອກາດ ແລະ ຂັ້ນຕອນການລົງທຶນ

    Home ໂອກາດ ແລະ ຂັ້ນຕອນການລົງທຶນ

    ໂອກາດ ແລະ ຂັ້ນຕອນ ການລົງທຶນ

    ນະໂຍບາຍການລົງທຶນ:

    ນະໂຍບາຍການລົງທຶນຂອງ ສປປ ລາວ ແມ່ນໄດ້ຖືກປັບປຸງ ເພື່ອເຊື້ອເຊີນ ແລະ ສະຫນັບ ສະຫນູນ ການລົງທຶນ ພາຍໃນ ແລະ ຕ່າງປະເທດ ໃນ ສປປ ລາວ.ໃນປີ 2009, ກົດຫມາຍ ວ່າດ້ວຍ ການສົ່ງເສີມ ການລົງທຶນ ໄດ້ຖືກດັດ ແກ້ ໂດຍສຸມໃສ່ອຳນວຍຄວາມສະດວກ ໃຫ້ແກ່ ນັກລົງທຶນ ພາຍໃນ ແລະ ຕ່າງປະເທດ ດຳເນີນທຸລະກິດໃນ ສປປ ລາວ.

    ລັດຖະບານ ຍາມໃດກໍ່ສົ່ງເສີມ ການລົງທຶນໃນທຸກຂະແຫນງການ ແລະ ທຸກເຂດແຄ້ນ ໃນ ທົ່ວປະເທດ ຍົກເວັ້ນ ການດຳເນີນທຸລະກິດ ທີ່ແຕະຕ້ອງເຖິງຄວາມຫມັ້ນຄົງ, ແລະ ຄວາມສະຫງົບຂອງຊາດ, ມີຜົນສະທ້ອນອັນຮ້າຍແຮງ ຕໍ່ສະພາບແວດລ້ອມ, ຕໍ່ສຸກຂະພາບຂອງປະຊາຊົນລາວ ແລະ ວັດທະນະທຳ ອັນດີງາມຂອງຊາດ.

    ຜົນປະໂຫຍດ ຂອງການລົງທຶນໃນ ສປປ ລາວ:

    • ຄວາມຫມັ້ນຄົງ ດ້ານການເມືອງ ແລະ ເສດຖະກິດ
    • ມີຊັບພະຍາກອນທາງນໍ້າ ແລະ ຊັບພະຍາກອນທຳມະຊາດ ເຊິ່ງຮວມມີແຮ່ທາດ, ແຫ່ລງພະລັງງານ, ປ່າໄມ້ ທີ່ຍັງບໍ່ທັນໄດ້ຖືກນຳໄຊ້ ແລະ ສາມາດຖືກພັດທະນາຜ່ານເຕັກໂນໂລຊີ ແລະ ປ່ຽນໃຫ້ເປັນສິນຄ້າ ສົ່ງອອກ ສູ່ຕະຫລາດສາກົນໄດ້
    • ຄ່າແຮງງານຕໍ່າ
    • ລາວຕັ້ງຢູ່ຂົງເຂດເສດຖະກິດທີ່ພວມຂະຫຍາຍົວ ແລະ ມີຊາຍແດນຕິດກັບ ປະເທດໄທ, ວຽດນາມ, ກຳປູເຈຍ ແລະ ຈີນ
    • ສປປ ລາວ ເປັນປະເທດເຊື່ອມໂຍງ ເຂົ້າສູ່ຕະຫລາດ ອາຊຽນ ແລະ ພາກໃຕ້ຂອງ ຈີນ ທີ່ມີປະຊາກອນປະມານ 500 ລ້ານຄົນ
    • ລັດຖະບານລາວໄດ້ມີນະໂຍບາຍສ້າງ ເຂດເສດຖະກິດພິເສດ
    • ມີກົດຫມາຍວ່າດ້ວຍການສົ່ງເສີມການລົງທຶນ, ວິສາຫະກິດ, ແຮງງານ ແລະ ອຶ່ນໆ
    • ສປປ ລາວ ແມ່ນໄດ້ຮັບລະບົບສິດທິພິເສດທາງການຄ້າ ແລະ ທົ່ວໄປ (GSP)ຈາກ 42 ປະເທດ ແລະ ໄດ້ຮັບ ສິດຈາກ ສາຍພົວພັນ ການຄ້າແບບປົກກະຕິນຳປະເທດ ສະຫະລັດອາເມລິກາ ເພາະວ່າລາວ ຍັງຖືກພິຈາລະນາ ໃຫ້ເປັນປະເທດ ດ້ອຍພັດທະນາ. ນອກຈາກນັ້ນ, ຫລາຍປະເທດ ຈາກ ເອີຣົບ ແລະ ຍີປຸ່ນ ຍັງໃຫ້ ສປປ ລາວ ສິດທິພິເສດທາງດ້ານການຄ້າ ເຊັ່ນ ການຍົກເວັ້ນ ພາສີນຳເຂົ້າ ເຊິ່ງມີຫລາຍກວ່າ 200 ລາຍການ ທີ່ຢູ່ພາຍໃຕ້ ສິດທິພິເສດນັ້ນ. ດັ່ງນັ້ນ, ສິນຄ້າຂອງລາວສາມາດເຂົ້າສູ່ຕະຫລາດສາກົນໄດ້ ໂດຍ ພາສີຕໍ່າ ຫລື ປອດພາສີ
    • ສປປ ລາວ ຍັງມີ ນະໂຍບາຍທາງດ້ານອາກອນ ໃຫ້ແກ່ຜູ້ລົງທຶນ ເຊັ່ນ: ການຍົກ ເວັ້ນອາກອນ, ອາກອນມື້ພັກ, ຍົກເວັ້ນອາກອນນຳເຂົ້າ ສຳລັບບາງວັດຖຸດິບ ທີ່ຈະຖືກ ຜະລິດ ແລະ ສົ່ງອອກ ຫລື ບໍ່ມີອາກອນສຳລັບ ສົ່ງ ອອກ.

    ຮູບແບບການລົງທຶນ

    ການລົງທຶນແບບຮຸ້ນສ່ວນລະຫວ່າງຜູ້ລົງທຶນພາຍໃນ ກັບ ຕ່າງປະເທດ

    ການລົງທຶນແບບຮຸ້ນສ່ວນ ລະຫວ່າງຜູ້ລົງທຶນພາຍໃນກັບຕ່າງປະເທດ ແມ່ນການລົງ ທຶນຮ່ວມລະຫ່ວາງ ຜູ້ລົງ ທຶນ ພາຍໃນກັບຕ່າງປະເທດ, ມີ ກຳມະສິດ ຮ່ວມກັນ ແລະ ສ້າງເປັນນິຕິບຸກຄົນໃຫມ່ຂື້ນ ພາຍໃຕ້ ກົດຫມາຍ ຂອງ ສປປ ລາວ

    ການລົງທຶນທຸລະກິດຮ່ວມຕາມສັນຍາ

    ການລົງທຶນທຸລະກິດຮ່ວມຕາມສັນຍາແມ່ນ ການລົງທຶນຮ່ວມລະຫວ່າງນິຕິບຸກຄົນພາຍ ໃນ ສປປ ລາວ ກັບ ນິຕິບຸກຄົນຕ່າງປະເທດ ທີ່ກຳນົດໄວ້ ໃນສັນຍາໂດຍບໍ່ໄດ້ສ້າງຕັ້ງ ເປັນນິຕິບຸກຄົນໃຫມ່ ຫລື ສາຂາໃຫມ່ ຂື້ນ ຢູ່ ສປປ ລາວ

    ການລົງທຶນຝ່າຍດຽວຂອງຜູ້ລົງທຶນພາຍໃນ ຫລື ຕ່າງປະເທດ

    ການລົງທຶນຝ່າຍດຽວຂອງຜູ້ລົງທຶນພາຍໃນຫລື ຕ່າງປະເທດແມ່ນການລົງທຶນ ພາຍໃນຫລືຕ່າງປະເທດ ຝ່າຍ ດຽວ ຊຶ່ງອາດຈະມີຜູ້ລົງທຶນຜູ້ດຽວ ຫລືຫລາຍຄົນ ໃນກິດຈະການ ຫລື ໂຄງການໃດຫນຶ່ງ ຢູ່ ສປປ ລາວ

    ຂັ້ນຕອນການລົງທຶນ

    ຂັ້ນຕອນ ທີ 1
    ຂໍໃບອານຸຍາດການລົງທຶນ ແລະ ທະບຽນວິສາຫະກິດ ຈາກຫນ່ວຍງານປະຕູດຽວ,ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນຜູ້ລົງທຶນຄວນມີລາຍການເອກະສານດັ່ງລຸ່ມນີ້:

    • ຄຳຮ້ອງຂໍສ້າງຕັ້ງບໍລິສັດ (ຈາກຫນ່ວຍງານປະຕູດຽວ)
    • ກົດລະບຽບຂອງບໍລິສັດ
    • ບົດວິພາກເສດຖະກິດ-ເຕັກນິກ/ແຜນການດຳເນີນທຸລະກິດຕ່າງປະເທດ)
    • ເອກະສານຊ້ອນທ້າຍ
    • ສຳເນົາຊີວະປະຫວັດຫຍໍ້ ແລະ ປັດສປອດ ຂອງຜູ້ລົງທຶນ (ສຳລັບຄົນຕ່າງປະເທດ), ຖ້າຫາກວ່າ ຜູ້ລົງທຶນ ເປັນຄົນລາວ ຕ້ອງມີ ສຳເນົາ ບັດປະຈຳຕົວ ແລະ ສຳເນົາ ສຳມະໂນຄົວ ແລະ ຮູບຖ່າຍ 3×4 ຈຳນວນ 6 ແຜ່ນ
    • ໃບຍັ້ງຢືນຖານະການເງິນ ຂອງຜູ້ລົງທຶນ
    • ໃບມອບສິດຈາກເຈົ້າຂອງຜູ້ລົງທຶນ ແລະ ມອບສິດໃຫ້ຜູ້ດຳເນີນເອກະສານ ແທນ (ຖ້າມີ)

    ຂັ້ນຕອນ ທີ 2
    ຂໍໃບທະບຽນອາກອນລາຍການເອກະສານທີ່ຕ້ອງການມີດັ່ງລຸ່ມນີ້:

    • ໃບສະຫມັກເຖິງກົມອາກອນ ເພື່ອຂໍລົງທະບຽນອາກອນ
    • ໃບດຸ່ນດ່ຽງເລີ້ມຕົ້ນ
    • ສຳເນົາໃບອານຸຍາດການລົງທຶນ
    • ສຳເນົາທະບຽນວິສາຫະກິດ
    • ໃບຍັ້ງຢືນຖານະການເງິນ ຈາກທະນາຄານ
    • ລາຍຊື່ຂອງພະນັກງານ / ຜູ້ອອກແຮງງານ ທີ່ຖືກຈ້າງໂດຍບໍລິສັດ

    ຂັ້ນຕອນ 3
    ຂໍກາຈໍ້າບໍລິສັດລາຍການເອກະສານທີ່ຕ້ອງການມີດັ່ງລຸ່ມນີ້:

    • ສຳເນົາໃບອານຸຍາດການລົງທຶນ
    • ສຳເນົາທະບຽນວິສາຫະກິດ
    • ສຳເນົາໃບທະບຽນອາກອນ

    ຫນ່ວຍງານປະຕູດຽວ
    ຫນ່ວຍງານປະຕູດຽວ, ກະຊວງແຜນການ ແລະ ການລົງທຶນຈະເອື້ອອຳນວຍຄວາມ ສະດວກຮອບດ້ານ ໃຫ້ແກ່ຜູ້ລົງທຶນໂດຍໃຫ້ ບໍລິການຂໍ້ມູນຂ່າວສານ, ການພິຈາລະນາການລົງທຶນ, ການອອກໃບທະບຽນ ວິສາຫະກິດ ແລະ ກ່ຽວກັບຂັ້ນຕອນການລົງທຶນ.

    * ຄັດຈາກ: http://www.laocci.com, ວັນທີ 9 ພຶດສະພາ 2016

    ກ່ຽວກັບເຮົາ

    • ປະຫວັດຄວາມເປັນມາ
    • ຄະນະບໍລິຫານ
    • ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ
    • ໂຄງຮ່າງການຈັດຕັ້ງ
    • ນິຕິກຳ ແລະ ກົດໝາຍ
    • ຕິດຕໍ່

    ສະມາຊິກ

    • ສະມາຊິກ
    • ສິດທິຜົນປະໂຫຍດ
    • ການສະໝັກສະມາຊິກ

    ການລົງທຶນ

    • ເຊື່ອມຕໍ່ເວັບໄຊ

    ຕິດຕໍ່ພົວພັນ

    • ຫ້ອງການ ສຄອ.ນວ: ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ
    • ໂທລະສັບ: +856-21 419 020
    • ແຟັກ: +856-21 419 021
    • ອີເມວ: info@vccci.gov.la
    • ເວັບໄຊ: www.vccci.gov.la
    ສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງຈັນ © 2018 | ອອກແບບ ແລະ ພັດທະນາ ໂດຍ: Exact Creative Marketing
    • ກອງປະຊຸມປະຈຳປີ
    • ການວິໃຈດ້ານການຕະຫຼາດ
    • ການວິໃຈດ້ານການລົງທຶນ
    • ການວິໃຈດ້ານເສດຖະກິດ
    • ການວິໃຈສະເພາະດ້ານອື່ນໆ
    • ການສະໝັກສະມາຊິກ
    • ກ່ຽວກັບ ສຄອ.ນວ
    • ຂອບເຂດສິດ
    • ຂ່າວຂອງ ສຄອ.ນວ
    • ຂ່າວຂອງ ສະມາຊິກ ສຄອ.ນວ
    • ຂ່າວທົ່ວໄປ
    • ຄະນະບໍລິຫານ
    • ງານພົບປະທຸລະກິດ ແລະ ຜູ້ປະກອບການປະຈຳປີ 2019
    • ງານວາງສະແດງຕ່າງໆ
    • ດາວໂຫຼດເອກະສານ
    • ຕິດຕໍ່
    • ນະໂຍບາຍ
    • ນິຕິກຳ ແລະ ກົດໝາຍ
    • ປະຫວັດຄວາມເປັນມາ
    • ຜູ້ສະໜັບສະໜູນ
    • ພາລະບົດບາດ
    • ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ
    • ວາລະກອງປະຊຸມ
    • ສະມາຊິກ
    • ສະມາຊິກສາມັນ
    • ສະມາຊິກສົມທົບ
    • ສິດທິຜົນປະໂຫຍດ
    • ໜ້າທຳອິດ
    • ໜ້າທີ່
    • ເຊື່ອມຕໍ່ເວັບໄຊ
    • ໂຄງການຝຶກອົບຮົມ
    • ໂຄງການສົ່ງເສີມ SME
    • ໂຄງຮ່າງການຈັດຕັ້ງ
    • ໂອກາດ ແລະ ຂັ້ນຕອນການລົງທຶນ
    VCCCI