ປະທານຮ້ານຄຳພູວົງ ມອບນ້ຳດື່ມ 100 ແພັກ ໃຫ້ອົງການກາແດງລາວ ໃນວັນທີ 11 ກັນຍາ 2019 ທີ່ຫ້ອງການອົງການກາແດງລາວ ນະຄອນຫລວງວຽງຈັນ, ທ່ານ ພູວົງ ພະມີສິດ ປະທານຮ້ານຄຳພູວົງ ທັງເປັນຄະນະປະຈໍາສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງ ໄດ້ມອບນ້ຳດື່ມຈຳນວນ 100 ແພັກ ໃຫ້ອົງການກາແດງລາວເພື່ອນຳໄປຊ່ວຍເຫລືອປະຊາຊົນຜູ້ປະສົບໄພພິບັດນ້ຳຖ້ວມ ຢູ່ແຂວງ ພາກກາງ ແລະ ພາກໃຕ້. ກ່າວມອບໂດຍ ທ່ານ ພູວົງ ພະມີສິດ ແລະ ກ່າວຮັບໂດຍ ທ່ານ ທອງພະຈັນ ສອນນະສິນ ຮອງປະທານກາແດງລາວ ລວມມູນຄ່າ ປະມານ 3 ລ້ານກວ່າກີບ. ແຫຼ່ງທີ່ມາຂ່າວ: ສຳນັກຂ່າວສານປະເທດລາວRead more