ຕະຫຼາດນັດພົບແຮງງານ 2019 ຂຶ້ນໃນລະຫວ່າງວັນທີ 16-20 ຕຸລາ 2019 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໂດຍ ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ນະຄອນຫຼວງວຽງຈັນ ແລະ ບໍລິສັດ ລາວເວີນ ມະຫາຊົນ ໄດ້ຮ່ວມກັນຈັດງານຂື້ນ. ການຈັດງານຄັ້ງນີ້ ເພື່ອສ້າງໂອກາດ ແລະ ເອື້ອອຳນວຍຄວາມສະດວກໃຫ້ຜູ້ທີ່ກຳລັງຊອກວຽກເຮັດງານທຳ ແລະ ບັນດາຫໄວໜ່ວຍແຮງງານມີເວທີພົບປະກັນ ແລ້ວນຳໄປສູ່ການຈ້າງງານ, ສ້າງເງື່ອນໄຂໃຫ້ຜູ້ອອກແຮງງານທີ່ຕ້ອງການພັດທະນາສີມືແຮງງານເຂົ້າເຖິງສະຖາບັນການສຶກສາ, ນອກຈາກນັ້ນ ຍັງເປັນການຫຼຸດຜ່ອນອັດຕາການຫວ່າງງານ, ຫຼຸດຜ່ອນການເຄື່ອນຍ້າຍແຮງງານໄປເຮັດວຽກຢູ່ຕ່າງປະເທດແບບບໍ່ຖືກຕ້ອງ ທັງເປັນການສົ່ງເສີມການເຮັດວຽກຢູ່ພາຍໃນປະເທດ ແລະ ອື່ນໆ. ປັດຈຸບັນ ມີຕຳແໜ່ງງານຫວ່າງທັງໝົດ 5.200 ຕຳແໜ່ງ, ຄາດວ່າຈະມີນັກຮຽນ-ນັກສຶກສາ, ຜູ້ຊອກວຽກເຮັດງານທຳ, ຜູ້ຕ້ອງການປ່ຽນວຽກໃໝ່ຫຼາຍກວ່າ 3.000 ຄົນ ແລະ ບັນດາມວນຊົນທົ່ວໄປເຂົ້າຮ່ວມງານໃນຄັ້ງນີ້ຫຼາຍກວ່າ 5.000 ຄົນ ແລະ ຄາດວ່າຜູ້ທີ່ຊອກວຽກເຮັດງານທຳຈະຖືກຄັດເລືອກບັນຈຸເຂົ້າໃນຕຳແໜ່ງຫວ່າງຂອງບັນດາຫົວໜ່ວຍແຮງງານ, ໂຄງການ ແະ ເຂດເສດຖະກິດພິເສດຈຳນວນ 1.500 ຄົນ. ງານຕະຫຼາດນັດແຮງງານໃນປີນີ້ ແມ່ນມີກິດຈະກຳທີ່ຫຼາກຫຼາຍກວ່າປີຜ່ານມາ ເປັນຕົ້ນແມ່ນການຮັບສະໝັກງານ,Read more